ຄວນເພີ່ມທະວີການກໍ່ສ້າງ, ຜັນຂະຫຍາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດ
(VOVWORLD) - ຕອນເຊົ້າວັນທີ 14 ມີນາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນກອງປະຊຸມສະຫລຸບ 15 ປີແຫ່ງການປະຕິບັດກົດລະບຽບການສົບທົບວຽກງານລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ |
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ ເປັນປະທານກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ:
“ຂ້າພະເຈົ້າສະເໜີ 2 ອົງການເອົາໃຈໃສ່ສົມທົບກັນເປັນພິເສດໃນທຸກຂົງເຂດຢ່າງມີປະສິດທິຜົນ ກ່ວາອີກ, ໃນນັ້ນ ເອົາໃຈໃສ່ເຖິງການສົມທົບກັນສ້າງຮ່າງກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດ, ພັນທະພື້ນຖານຂອງພົນລະເມືອງ, ການຈັດຕັ້ງກົງຈັກລັດ.”
ທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເມີ້ນ ໄດ້ລົງນາມໃນກົດລະບຽບສົມທົບວຽກງານ (ສະບັບປັບປຸງ) ຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.