ຄວາມຂາດສະຖຽນລະພາບເພີ່ມຂຶ້ນກ່ອນທີ່ດຳເນີນການເລືອກຕັ້ງ ສະພາແຫ່ງຊາດ ອາບການິດສະຖານ

(VOVWORLD) - ວັນທີ 14 ຕຸລາ, ວົງການເຈົ້າໜ້າທີ່ ອາບການິດສະຖານ ໃຫ້ຮູ້ວ່າ: ພວກກະບົດ Taliban ໄດ້ເຂັ່ນຂ້າສະມາຊິກກຳລັງປ້ອງກັນຄວາມສະຫງົບຢ່າງໜ້ອຍສຸດ 22 ຄົນ ໃນບັນດາການບຸກໂຈມຕີຕ່າງຫາກທີ່ແນໃສ່ບັນດາປ້ອມຄວມຄຸມຄວາມສະຫງົບ.

ບັນດາການບຸກໂຈມຕີເກີດຂຶ້ນກ່ອນທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດ ອາບການິດສະຖານ ເຊິ່ງຄາດວ່າຈະຈັດຂຶ້ນໃນອາທິດໜ້າ.

       ພວກກະບົດ Taliban ໄດ້ຮຽກຮ້ອງຊາວ ອາບການິດສະຖານ ຄັດຄ້ານການເລືອກຕັ້ງສະພາແຫ່ງຊາດ ອາບການິດສະຖານ, ຕາມແຜນການຈະໄດ້ຈັດຕັ້ງໃນວັນທີ 20 ຕຸລາ ຈະມາເຖິງ, ພ້ອມທັງກ່າວຫາ ອາເມລິກາ ສວຍໃຊ້ການເລືອກຕັ້ງນີ້ ແນໃສ່ເປົ້າໝາຍຫັນການຄອບຄອງຂອງ ອາເມລິກາ ຢູ່ ອາບການິດສະຖານ ໃຫ້ຖືກຕ້ອງຕາມກົດໝາຍ. ຄາດວ່າ, ໃນການເລືອກຕັ້ງສະພາແຫ່ງຊາດ ຈະມີຜູ້ມີສິດເລືອກຕັ້ງປະມານ 9 ລ້ານຄົນໄປປ່ອນບັດເລືອກຕັ້ງເອົາສະມາຊິກລັດຖະສະພາ 249 ຄົນ ດ້ວຍອາຍຸການ 5 ປີ, ກໍ່ຄືການເລືອກຕັ້ງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ