ຄວາມ​ຄາດ​ຫວັງ​ພັ​ດ​ທະ​ນາ​ປະ​ເທດ​​ຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຜາ​ສຸກ ແມ່ນ​ຈະ​ແຈ້ງ​ທີ່​ສຸດ

(VOVWORLD) -      ກອງປະຊຸມສຳມະນາລະດັບຊາດ “ນໍາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດຕົວຈິງ: ບັນດາບັນຫາທິດສະດີ ແລະ ພຶດຕິກຳໃໝ່” ຖືກດຳເນີນໃນຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ.
ຄວາມ​ຄາດ​ຫວັງ​ພັ​ດ​ທະ​ນາ​ປະ​ເທດ​​ຊາດໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຜາ​ສຸກ ແມ່ນ​ຈະ​ແຈ້ງ​ທີ່​ສຸດ - ảnh 1ກອງປະຊຸມສຳມະນາລະດັບຊາດ “ນໍາມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດຕົວຈິງ: ບັນດາບັນຫາທິດສະດີ ແລະ ພຶດຕິກຳໃໝ່” (ພາບ: TTXVN)

ທ່ານສາດສະດາຈານ ປະລິນຍາເອກ ຫວູວັນຮ່ຽນ, ຮອງປະທານສະພາທິດສະດີສູນກາງພັກ ຖືວ່າ ບັນຫາທີ່ໄດ້ວາງອອກແມ່ນ ຕ້ອງກຳແໜ້ນສະພາບການ, ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ ນຳປະເທດສືບຕໍ່ພັດທະນາຕາມທິດສັງຄົມນິຍົມ ເໝືອນດັ່ງເນື້ອໃນຈິດໃຈຂອງມະຕິ. ທ່ານກ່າວວ່າ:

        “ບັນຫາປະສານສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ ແມ່ນບັນຫາຫຼັກແຫຼ່ງແກ່ນສານໃນການພົວພັນສາກົນ ສະນັ້ນ ຕ້ອງສ້າງຍຸດທະສາດພົວພັນຕ່າງປະເທດຍາວນານໃນການພົວພັນກັບພາກພື້ນ, ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ກັບເພື່ອນມິດທີ່ເປັນມູນເຊື້ອ. ຈາກການສັງເກດຄືແນວນັ້ນ, ນີ້ກໍແມ່ນການກຳນົດທິດທີ່ຕ້ອງເອົາໃຈໃສ່ ເມື່ອປະຕິບັດການນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ ຕ້ອງເນັ້ນໜັກເຖິງບັນຫານີ້”.

        ເມື່ອເຕື້ອງເຖິງບັນດາປັດໄຈສຳຄັນເພື່ອນຳມະຕິຂອງພັກເຂົ້າສູ່ຊີວິດຕົວຈິງ, ທ່ານ ຫງວຽນຊວັນຖັ໊ງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ, ເນັ້ນໜັກວ່າ:

        “ນັບແຕ່ຫົວຂໍ້ຕະຫຼອດຮອດເປົ້າໝາຍສັງລວມ ຕ່າງກໍສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຄາດຫວັງພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ປະເທດຊາດເຂັ້ມແຂງສີວິໄລແບບຍືນຍົງ ແລະ ປະຊາຊົນອີ່ມໜຳສຳລານ, ສົມບູນພູນສຸກ. ນັບແຕ່ເມື່ອ ຫວຽດນາມ ມີໂຄງການການເມືອງສະບັບທຳອິດ ກໍໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເປົ້າໝາຍ ເອກະລາດແຫ່ງຊາດ ຕິດພັນກັບ ສັງຄົມນິຍົມ. ຄວາມຄາດຫວັງໃນເງື່ອນໄຂໃໝ່ ແມ່ນ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍ ກ້າວເດີນທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ ເພື່ອຢັ້ງຢືນທີ່ຕັ້ງບົດບາດຂອງປະເທດໃນ ໂລກ ເຊິ່ງພວມມີການປ່ຽນແປງຢ່າງໄວວາໃນປັດຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ