ຄວາມບໍ່ລົງລອຍກັນໃນ ກອງປະຊຸມ COP 19


ຄວາມບໍ່ລົງລອຍກັນໃນ ກອງປະຊຸມ COP 19 - ảnh 1

(ພາບ: AFP)

 (vovworld)-  ​​​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ທ່ານ​ເລຂາ​ທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຊຸກຍູ້ “ການ​ກະທຳ​ທີ່​ແຂງ​ແຮງ​ກ່ວາ“ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ໄພ​ອັນຕະລາຍຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຊື່​ງພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ນັ້ນ, ການ​ເຈລະຈາ​ຂັ້ນລັດຖະ ມົນຕີ​ຢູ່​ນະຄອນຫຼວງ Warsaw ປະ​ເທດ​ໂປ​ໂລ​ຍ ​ໃນ​ຂອບ​ເຂດ​ກອງ​ປະຊຸມ COP 19 ຍັງ​ບໍ່​ທັນ​ບັນລຸ​ໄດ້​ຄວາມ​ຄຶບໜ້າ​ເທື່ອ ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ພັດທະນາ ​ແລະ ປະ​ເທດ​ທຸກ​ຍາກກ່ຽວ​ກັບ​ບັນຫາ​ການ​ເງິນ.

  ​ເຖິງ​ວ່າ, ກອງ​ປະຊຸມ​ກ່ຽວ​ກັບການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່ Warsaw ປະ​ເທດ​ໂປ​ໂລ​ຍ ຈະ​ອັດ​ລົງ​ໃນ​ເວລາ​ອີກ 2 ວັນ​ກໍ່ຕາມ ​ແຕ່​ຝ່າຍ​ຕ່າງໆ​ຍັງ​ມີຄວາມ​ບໍ່​ລົງ​ລອຍ​ກັນກ່ຽວ​ກັບ​ບ້ວງ​ເງິນ​ຊ່ວຍ​ເຫຼືອ​ບັນ​ດາ​ປະ​ເທດ​ທຸກ​ຍາກ ຮັບ​ມື​ກັບ​ສະພາບ​ການ​ໜ່ວຍ​ໂລກ​ອຸ່ນ​ຂຶ້ນ ​ແລະ ຫລຸດຜ່ອນປະ​ລິ​ມານ​ອາຍ​​ຜິດ​ເຮືອນ​ແກ້ວ. ​ໃນ​ຂະນະ​ທີ່​ຜູ້ຕາງໜ້າ​ບັນດາປະ​ເທດ​ໃຫ່ຍ​ຢືນຢັນ​ວ່າໄດ້​ປະກອບ​ບ້ວງ​ເງິນ​ກ້ອນ​ໃຫ່ຍ​ໃຫ້​ແກ່​ການ​ຕ້ານການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ພັດ​ຖື​ວ່າ ຈຳນວນ​ເງິນປະກອບ​ດັ່ງກ່າວ​ແມ່ນ​ບໍ່​ທັນ​ພຽງພໍ ​ແລະ ບັນດາ​ປະ​ເທດ​ທຸກ​ຍາກ​ພວມ​ຕ້ອງ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອ​ລະດົມ​ບັນດາ​ແຫຼ່ງການ​ເງິນ​ເພື່ອ​ຮັບ​ມື​ກັບ​ການ ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ./.

ຂ່າວ/ບົດ​ອື່ນ