ເສນາຮັກ ກວດພະຍາດໃຫ້ແກ່ປະຊາຊົນ
ພາບ:internet
|
(vovworld) - ພ້ອມກັບຫນ້າທີ່ກຽມພ້ອມຕໍ່ສູ້, ປົກປັກຮັກສາອະທິປະໄຕ, ຄວາມສະຫງົບປອດໄພຢູ່ເຂດຊາຍແດນ, ກຳລັງເສນາຮັກທະຫານປ້ອງກັນຊາຍແດນ ແຂວງ ກວ໋າງຈີ້ ໄດ້ຈັດຕັ້ງການກວດປິ່ນປົວພະຍາດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດ. ປະຈຸບັນ ຢູ່ເຂດຊາຍແດນ ຫວຽດນາມ - ລາວ, ມີຫ້ອງກວດພະຍາດໂດຍທະຫານ ແລະ ປະຊາຊົນສົມທົບກັນສ້າງຕັ້ງ, ປະກອບອຸປະກອນການແພດຢ່າງຄົບຖ້ວນ. ປີ 2012, ບັນດາຫ້ອງກວດພະຍາດດັ່ງກ່າວໄດ້ທຳການກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນກວ່າ 11.000 ເທື່ອຄົນ, ໃນນັ້ນ ປະຊາຊົນລາວ 1.600 ເທື່ອຄົນ. ພັນໂທ ຫງວຽນຈີແຄງ, ຫົວຫນ້າເສນາຮັກ, ທະຫານປ້ອງກັນຊາຍແດນແຂວງ ກວ໋າງຈີ້ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຜັນຂະຫຍາຍການເຄື່ອນໄຫວຕ່າງໆໄປຍັງປະເທດເພື່ອນບ້ານລາວ. ລະອຽດ ແມ່ນກວດ, ປິ່ນປົວພະຍາດ, ສະຫນອງຢຸກຢາໂດຍບໍ່ເສຍຄ່າ, ຫນູນຊ່ວຍໃຫ້ເພື່ອນບ້ານລາວກ່ຽວກັບຢຸກຢາ ແລະ ອຸປະກອນການແພດ, ຍົກລະດັບການເຄື່ອນໄຫວໃຫ້ແກ່ສຸກສາລາຂອງເພື່ອນລາວຢູ່ເຂດຊາຍແດນ. ໄລຍະຈະມາເຖິງ ພວກຂ້າພະເຈົ້າຄາດວ່າ ຈະຜັນຂະຫຍາຍວຽກງານດັ່ງກ່າວຫລາຍກວ່າອີກ.”