ຄວາມພຶງພໍໃຈຂອງປະຊາຊົນຕໍ່ການຮັບໃຊ້ຂອງອົງການອຳນາດການປົກຄອງ
ທ່ານຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)
(vovworld)- ຕອນເຊົ້າວັນທີ 14/3 ຢູ່ສຳນັກງານລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມສົມທົບກັບກະຊວງພາຍໃນ ແລະ ສູນກາງສະມາຄົມນັກຮົບເກົ່າຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຕີລາຄາການຜັນຂະແຫຍາຍວັດແທກ, ຄວາມພຶງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງຕໍ່ການຮັບໃຊ້ຂອງອົງການບໍລິຫານລັດ. ໃນໄລຍະ 2 ປີ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ໄດ້ຜັນຂະຫຍາຍການຕີລາຄາຄວາມພຶງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງຕໍ່ອົງການບໍລິຫານຂອງຂັ້ນຕາແສງ, ຂັ້ນແຂວງ. ຕາມນັ້ນແລ້ວ, ບັນດາດັດຊະນີຄວາມພຶງພໍໃຈຂອງປະຊາຊົນ, ວິສາຫະກິດບັນລຸປະມານ 70-90%. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເນັ້ນຫນັກວ່າ:
“ປະຊາຊົນແມ່ນຜູ້ເລືອກຕັ້ງລະບົບອຳນາດການປົກຄອງທຸກຂັ້ນ. ແມ່ນຜູ້ມີສິດໄດ້ຊົມໃຊ້ບັນດາບໍລິການຊື່ງລະບົບອຳນາດການປົກຄອງຕາມລັດຖະທຳມະນູນ, ກົດໝາຍໄດ້ໃຫ້ຄຳໝັ້ນສັນຍານຳມາໃຫ້ປະຊາຊົນ ແລະ ກໍແມ່ນຜູ້ປະຕິບັດການຕິດຕາມກວດກາອົງການລັດ. ລັດຖະບານແຕ່ອາຍຸການ 2011- 2015 ມາຮອດປະຈຸບັນ ຍາມໃດກໍຖືຄວາມພຶງພໍໃຈຂອງປະຊາຊົນສຳລັບການຮັບໃຊ້ຂອງອົງການອຳນາດການປົກຄອງທຸກຂັ້ນແມ່ນໄມ້ວັດແທກສຳຄັນສຳລັບການປະຕິຮູບບໍລິຫານຕໍ່ອົງການລັດ, ບັນດາອົງການຈັດຕັ້ງທ້ອງຖິ່ນ ແລະ ສູນກາງ”