ຄວາມຫວັງຂອງສະມາຊິກສະພາແຫ່ງຊາດກັບຜູ້ນຳໜ້າສະພາແຫ່ງຊາດ
ທ່ານນາງ ຫງວຽນທິກີມເງິນ ໄດ້ຮັບການເລືອກຕັ້ງ
ເປັນປະທານສະພາແຫ່ງຊາດຊຸດທີ 14
(vovworld) – ດ້ວຍຈຳນວນບັດສະໜັບສະໜູນ 97,77%, ທ່ານນາງ ຫງວຽນທິກິມເງິນ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຊຸດທີ 14. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສະແດງຄວາມເຊ່ືອໝັ້ນ ແລະ ຕັດສິນໃຈພ້ອມກັບຜູ້ນຳສະພາແຫ່ງຊາດສືບຕໍ່ປ່ຽນໃໝ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອໃຫ້ສະພາແຫ່ງຊາດມີຄວາມສາມັກຄີ, ມີຫົວຄິດປະດິດສ້າງ ຢ່າງແທ້ຈິງ ແລະ ມີການກະທຳຄືຄຳສາບານຕົວຮັບດຳລົງຕຳແໜ່ງຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ທ່ານ ເຈືອງມີງ ຮ່ວາງ, ສັງກັດຄະນະ ສສຊ ແຂວງ ກາເມົາ ຖືວ່າ:
“ພາຍຫຼັງການສາບານຕົວທີ່ກອງປະຊຸມສະໄໝສາມັນຄັ້ງທີ 11, ສະພາແຫ່ງຊາດຊຸດທີ 13 ການບໍລິຫານນັ້ນໄດ້ຮັບການຕີລາຄາຜ່ານຕົວຈິງ, ບົນພື້ນຖານບໍ່ພຽງແຕ່ມີ ສສຊ ເຊື່ອໝັ້ນ, ຝາກຝັງເທົ່ານັ້ນ ຫາກຍັງນັບທັງພະຍານຫຼັກຖານນັ້ນໄດ້ຮັບການຕີລາຄາພາຍຫຼັງອອກສະໝັກເລືອກຕັ້ງເປັນ ສສຊ ຊຸດທີ 14 ກໍ່ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ. ພວກຂ້າພະເຈົ້າເຊື່ອແນ່ວ່າ ໃນອາຍຸການນີ້, ດ້ວຍບົດບາດປະທານສະພາແຫ່ງຊາດ ສສ ຫວຽດນາມ ຈະສືບຕໍ່ປະຕິບັດຄຳສາບານຕົວ ແລະ ເຂົ້າດຳລົງຕຳແໜ່ງຕ່າງໆ ຄຳກ່າວປາໄສໃນວາລະປະຊຸມນີ້.”
ສ່ວນທ່ານ ຫງວຽນທິກວຽນແທງ, ສັງກັດຄະນະ ສສຊ ແຂວງ ຫວີງລອງ, ແບ່ງປັນວ່າ:
“ປະທານສະພາແຫ່ງຊາດເປັນຜູ້ມາຈາກຂັ້ນຮາກຖານ ແລະ ໄດ້ດຳລົງບັນດາຕຳແໜ່ງສຳຄັນໃນຫລາຍຕຳແໜ່ງໃນບັນດາຊຸດຕ່າງໆ. ດັ່ງນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ອາຍຸການ 2016 – 2021, ປະທານສະພາແຫ່ງຊາດ ມີຫຼາຍມາດຕະການຢ່າງມີປະສິດທິຜົນ ແລະ ແທດຈິງກ່ວາອີກບົນພື້ນຖານສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຂອງສະພາແຫ່ງຊາດຊຸດກ່ອນໆ, ເພື່ອມີການປ່ຽນໃໝ່ຫຼາຍຢ່າງ, ມີຫົວຄິດປະດິດສ້າງກ່ວາໃນການບໍລິຫານ, ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກລັດເວົ້າລວມ, ກໍ່ຄືຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດໃນອາຍຸການໃໝ່”