ຄວາມຮັກແພງຂອງ ເຂດດິນຕໍ່ແຜ່ນກັບ ເຈື່ອງຊາ

ຄວາມຮັກແພງຂອງ ເຂດດິນຕໍ່ແຜ່ນກັບ ເຈື່ອງຊາ - ảnh 1

(ພາບ: hungyentv.vn)

(vovworld)- ​​​ໃນ​ການ​ໄປ​ຢ້ຽມຢາມ​ສະຖານ​ທີ່​ຈຳນວນ​ໜຶ່ງ​ຂອງ​ເມືອງ​ເກາະ​ເຈື່ອງ​ຊາ​ໂດຍ​ເລີ່​ມ​ແຕ່ວັນ​ທີ 18/4, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ຜູ້ຕາງໜ້າ​ປະຊາຊົນ​ທຸກ​ຊັ້ນວັນນະນະຄອນ​ໂຮ່ຈິ​ມິນ​ນັ້ນ, ຄະນະ​ໄດ້​ນຳ​ມາ​ເຊິ່ງບັນດາ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ອົບ​ອຸ່ນ​ທີ່​ມີ​ຕໍ່​ທະຫານ ​ແລະ ປະຊາຊົນ​ໃນ​ເກາະ ຊື່​ງສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ “ທົ່ວປະ​ເທດ​ເພື່ອ​ເຈື່ອງ​ຊາ, ​ເຈື່ອງ​ຊາ​ເພື່ອ​ປະ​ເທດ​ຊາດ“. ທ່ານ ​ໂດ໋​ເຕີນ​ສີ໋ ຊາວ​ນະຄອນ​ໂຮ່ຈິ​ມິນ ຜູ້​ທີ່​ຫາ​ກໍ່​ໄດ້​ມາ​ຢ້ຽມຢາມ​ເຈື່ອງ​ຊາ ​ເປັນ​ເທື່ອ​ທຳ​ອິດ​ໄດ້​ເວົ້າວ່າ: ທ່ານ​ຮູ້ສຶກ​ມີ​ຄວາມ​ໂຊກ​ດີ​ທີ່​ໄດ້​ເຫັນ​ປະຈັກ​ຕາ​ຊີວິດ​ຂອງ​ທະຫານ ​ແລະ ປະຊາຊົນ​ໃນ​ເກາະ:

   “​ໄປ​ຢ້ຽມຢາມ​ເຈື່ອງ​ຊາ ຄັ້ງນີ້​, ຂ້າພະ​ເຈົ້າ​ໄດ້​ເອົາ​​ເຄື່ອງຖ່າຍ​ທຳ​ເພື່ອ​ອັດ​ບັນດາ​ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ​ໃນ​ເກາະ​ເພື່ອ​ສາຍ​ໃຫ້​ເພື່ອ​ນມິດ, ຍາດຕິ​ພີ່ນ້ອງ​ໄດ້​ຮັບ​ຊົມ ​ເພື່ອ​​ທະວີ​ຄຸນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ເຂດ​ດິຮຕໍ່​ແຜ່ນ​ທີ່​ມີ​ຕໍ່​ເຈື່ອງ​ຊາ

   ສຳລັບ​ເພື່ອນ​ໜຸ່ມ​ຫງວຽນ​ຫງອກ​ລອງ, ຜູ້​ກໍ່ຕັ້ງກອງທຶນກຸ້ສົນ​ວັນ​ຜາ​ສຸກ ​​ແລ້​ວ, ການ​ຢ້ຽມຢາມ​ເກາະ​ເຈື່ອງ​ຊາ ​ແມ່ນ​ອະນຸສອນ​ທີ່​ບໍ່​ອາດ​ລືມ​ໄດ້:

   “ສຳລັບ​ນ້ອງ​ແລ້ວ, ນີ້​ແມ່ນ​ການ​ໄປ​ຢ້ຽມຢາມ​ທີ່​ໄດ້​ລໍຄອຍ​ທີ່​ສຸດ​ໃນ​ຊີວິດ​ຂອງ​ນ້ອງ. ບັນດາ​ເພື່ອນ​ມິດຂອງ​ນ້ອງ​ກໍ່​ໄດ້ມອບ​ປຶ້ມ, ຫນັງສຶພິມ, ຊິ​ມ, ບັດ​ໂທລະສັບ…​ໃຫ້​ແກ່​ທະຫານ ​ແລະ ປະຊາຊົນ​ໃນ​ເກາ​ະຊື່​ງມີຄຸນຄ່າ​ທັງ​ໝົດ​ເກືອບ 10 ລ້ານ​ດົ່ງ“.

ຂ່າວ/ບົດ​ອື່ນ