ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຕາ​ເວັນ​ອອ​ກ​ກາງ: ກຳ​ລັງ​ ສ​ປ​ຊ ປະ​ຈຳ ລີ​ບັງ ບໍ່​ຖອນ​ຕົວ​ອອກ​ຈາກ​ລີ​ບັງ ບໍ່​ຫົວ​ຊາ​ຕໍ່​ການ​ສະ​ເໜີ​ຂອງ​ອິດ​ສະ​ລາ​ແອັນ

(VOVWORLD) - ວັນທີ 5 ຕຸລາ, ກຳລັງຮັກສາສັນຕິພາບ ຂອງ ສປຊ ປະຈຳ ລີບັງ ໃຫ້ຮູ້ວ່າ ຈະບໍ່ຖອນຕົວອອກຈາກບັນດາສະຖານທີ່ຢູ່ເຂດພາກໃຕ້ປະເທດນີ້, ໂດຍບໍ່ຫົວຊາຕໍ່ຄວາມຮຽກຮ້ອງ “ຖອນຕົວ” ຂອງ ຝ່າຍອິດສະລາແອັນ.
ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ​ຕາ​ເວັນ​ອອ​ກ​ກາງ: ກຳ​ລັງ​ ສ​ປ​ຊ ປະ​ຈຳ ລີ​ບັງ ບໍ່​ຖອນ​ຕົວ​ອອກ​ຈາກ​ລີ​ບັງ ບໍ່​ຫົວ​ຊາ​ຕໍ່​ການ​ສະ​ເໜີ​ຂອງ​ອິດ​ສະ​ລາ​ແອັນ - ảnh 1ນັກຮົບ UNIFIL ລາດຕະເວນຢູ່ Kfarshuba, ທາງທິດໃຕ້ ລີບັງ (ພາບ: AFP/TTXVN)

ໃນແຈ້ງການສະບັບໜຶ່ງ, ກຳລັງຊົ່ວຄາວຂອງ ສປຊ ປະຈຳ ລີບັງ (UNIFIL) ໃຫ້ຮູ້ວ່າ ໃນວັນທີ 30 ກັນຍາ, ກອງທັບອິດສະລາແອັນ ໄດ້ແຈ້ງໃຫ້ UNIFIL ຮັບຊາບກ່ຽວກັບ ເຈດຈຳນົງດຳເນີນການເຂົ້າລີບັງທາງບົກ ແລະ ຮຽກຮ້ອງໃຫ້ UNIFIL ຖອນຕົວອອກຈາກກບາງສະຖານທີ່, ເຖິງຢ່າງໃດກໍຕາມ, ກຳລັງຮັກສາສັນຕິພາບ ສປຊ ສືບຕໍ່ຕັ້ງຢູ່ລີບັງ ບໍ່ຖອນຕົວ. UNIFIL ກໍ່ປະກາດວ່າ ໄດ້ດັດປັບສະພາບການ ແລະ ການເຄື່ອນໄຫວຂອງຕົນເປັນປະຈຳ, ກໍ່ຄືບັນດາແຜນກການສຳຮອງເພື່ອກຽມພ້ອມການສູ້ຮົບ ຖ້າມີຄວາມຈຳເປັນຢ່າງແທ້ຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ