(vovworld) - ວັນທີ 13/06, ສປປ.ເກົາຫຼີ ໄດ້ອອກສຽງຕຳນິຕິຕຽນສ.ເກົາຫຼີ ເຮັດໃຫ້ການເຈລະຈາຂັ້ນສູງລະຫວ່າງ 2 ພາກຖືກຍຸບເລີກ, ພ້ອມທັງຖະແຫຼງວ່າ ຈະບໍ່ມີການເຈລະຈາໃດໆລະຫວ່າງ 2 ພາກເກົາຫຼີ ໃນຈຸດເວລານີ້. ໃນຖະແຫຼງການ, ໂຄສົກຂອງຄະນະກຳມະການສ້າງຄວາມເອກະພາບ ສັນຕິພາບຄືນໃໝ່ ສປປ.ເກົາຫຼີ ໃຫ້ຮູ້ວ່າ: “ສ.ເກົາຫຼີ ບໍ່ຕັ້ງໃຈຈັດຕັ້ງການເຈລະຈານັບແຕ່ຫົວທີ ແລະ ເຂົາເຈົ້າພຽງແຕ່ຕັ້ງໃຈສ້າງຮົ້ວກີດຂວາງໃຫ້ແກ່ການເຈລະຈາ, ເຮັດໃຫ້ການເຈລະຈາຖືກໂຈະໄວ້ ແລະ ຍຸບເລີກເທົ່ານັ້ນ.
ກ່ອນໜ້ານັ້ນ, 2 ປະເທດໃນແຫຼມເກົາຫຼີ ໄດ້ເຫັນດີຈັດຕັ້ງການເຈລະຈາຂັ້ນສູງເປັນຄັ້ງທຳອິດລະຫວ່າງ 2 ຝ່າຍໃນເວລາ 6 ປີຜ່ານມາໃນອາທິດນີ້, ແຕ່ວ່າ, ການເຈລະຈາດັ່ງກ່າວຖືກຍຸບເລີກພາຍຫຼັງພຽງຢາງ ບໍ່ເຫັນດີກ່ຽວກັບແຈ້ງການທີ່ ເຊີອຸນ ຍົກອອກມາ ແລະ ເວົ້າວ່າ ຫົວໜ້າຄະນະເຈລະຈາຂອງເຂົາເຈົ້າແມ່ນຮອງລັດຖະມົນຕີ, ໃນຂະນະທີ່ຝ່າຍພຽງຢາງ ພັດຮຽກຮ້ອງເຊີອຸນ ຕ້ອງແຕ່ງຕັ້ງຜູ້ຕາງໜ້າແມ່ນລັດຖະມົນຕີກະຊວງເອກະພາບເຂົ້າຮ່ວມການເຈລະຈາ. ໃນຂະນະນັ້ນ, ກະຊວງເອກະພາບສ.ເກົາຫຼີ ພັດກ່າວຫາວ່າ ຝ່າຍສປປ.ເກົາຫຼີ ເອງໄດ້ກໍ່ເປັນຮົ້ວກີດຂວາງເຮັດໃຫ້ການເຈລະຈາຖືກຍຸບເລີກ. ອົງການນີ້ຍັງເນັ້ນໜັກວ່າ ຖ້າຫາກຝ່າຍສປປ.ເກົາຫຼີ ຍາກປົວແປງການພົວພັນລະຫວ່າງ 2 ພາກເກົາຫຼີ, ພຽງຢາງ ຕ້ອງສະແດງໃຫ້ເຫັນທ່າທີຈິງໃຈ ແລະ ເຄົາລົບຝ່າຍກົງກັນຂ້າມ.