ຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ

ຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ  - ảnh 1

ທະຫານ​ອາ​ເມ​ລິ​ກາ ຢູ່​ແຫຼມ​ເກົາຫຼີ

(ພາບ:vnexpress.net)

(VOV)-  ກ່ຽວ​ກັບ​ເຫດການຍິງ​ລູດສອນ​ໄຟ​ຄື​ດັ່ງ​ສປປ​ເກົາຫຼີ ໄດ້​ຄາດ​ຄະ​ເນ​ໄວ້ນັ້ນ, ວັນ​ທີ 7/12, ຢູ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ, ທ່ານ Shigeru Iwasaki  ຫົວໜ້າ​ເສນາ​ທິການ​ກຳລັງ​ທະຫານປະສົມ ປ້ອງກັນ​ຕົວ​ຍີ່ປຸ່ນ (SDF)  ​ແລະ ຜູ້​ບັນຊາ​ການກອງທັບ​ອາ​ເ​ມລິ​ກາ​ ຢູ່​ຍີ່ປຸ່ນ, ທ່ານ​ພົນ​ຕີ Salvatore Angelella ​ໄດ້​ເຫັນ​ດີ​ຈະ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້. ຕາມ​ນັ້ນ​ແລ້ວ,  SDF ​ແລະ ກຳລັງ​ທະຫານ​ອາ​ເມ​ລິ​ກາ ຈະ​ຮ່ວມ​ມື​ກັນ​ຄື​ດັ່ງ​​ເຄີຍປະຕິບັດ​ໃນ​ເດືອນ 4/2012 ຫວ່າງ​ແລ້ວ​ນີ້​ຂະນະ​ທີ່​ພຽງ​ຢາງ ຍິງ​ລູກ​ສອນ​ໄຟ​ບໍ່​ສຳ​ເລັດ. ​ໃນ​ວັນ​ດຽວ​ກັນ, ຜູ້​ບັນຊາ​ການ​ກອງທັບ​ອາ​ເມ​ລິ​ກາ ​ຢູ່​ປາຊີ​ຟິກ, ​ພົນ​ເຮືອ​ເອກ Samuel Locklear ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ແຜນການ​ສົ່ງ​ດາວ​ທຽມ​ເຂົ້າຍານ​ອາ​ວະ​ກາດ​ຂອງສປປ​ເກົາຫຼີ ​ແມ່ນ​​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​​ໂລກ​ຮູ້​ກ່ຽວ​ກັບຄວາມ​ສາມາດ​ຜະລິດ​ລູກ​ສອນ​ໄຟ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ນີ້. ທ່ານ​​ໃຫ້​ຮູ້​ຕື່ມ​ອີກວ່າ: ວໍ​ຊິງ​ຕັນ ພວມ​ສົ່ງ​ບັນດາ​ກຳ​ປັ່ນ​ໄປ​ຍັງ​ພາກ​ພື້ນ​ນີ້​ເພື່ອສາມາດ “ກຳ​ສະພາບ​ການ“ ​ໃຫ້ດີ​ທີ່​ສຸດກໍ່​ຄືສ້າງ​ຄວາມ​ອຸ່ນ​ອຽນ​ໃຈ​ໃຫ້​ບັນດາ​ພັນທະ​ມິດ​ຄືນ​ໃໝ່.

 

 

 

 

ຂ່າວ/ບົດ​ອື່ນ