ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຟື້ນຟູ
(VOVWORLD) -ຫວຽດນາມ ໄດ້ຮັບການຢັ້ງຢືນມີລະດັບການເຕີບໂຕເສດຖະກິດຢ່າງແຮງນັບແຕ່ຕົ້ນປີ 2021 ແລະ ໝາກຜົນດັ່ງກ່າວ ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາວິສາຫະກິດ ເອີຣົບ. ເມື່ອໄດ້ຖາມກ່ຽວກັບແງ່ຫວັງຂອງສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ໃນໄຕມາດຈະມາເຖິງ, 67% ຄາດຄະເນວ່າ “ດີຫຼາຍ” ຫຼື “ດີ” - ເພີ່ມຂຶ້ນ 12% ເມື່ອທ່ຽວໃສ່ໄຕມາດກ່ອນ.
“ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຟື້ນຟູ”, ຕາມນັ້ນແລ້ວ, ດັດຊະນີສະພາບແດວລ້ອມດຳເນີນທຸລະກິດຂອງ EuroCham (Business Climate Index - BCI) ບັນລຸ 73,9% ໃນໄຕມາດ 1 ປີ 2021. ນີ້ແມ່ນຕົວເລກສູງທີ່ສຸດນັບແຕ່ໄຕມາດ 3 ປີ 2019 - ກ່ອນທີ່ໂລກລະບາດໂຄວິດ - 19 ສົ່ງຜົນກະທົບຕໍ່ລະບົບການຄ້າ ແລະ ການລົງທຶນທົ່ວໂລກ. ໝາກຜົນຂອງການສຳຫຼວດດັ່ງກ່າວ ໄດ້ຊີ້ໃຫ້ເຫັນຄວາມປະເອີບໃຈກ່ຽວກັບສະພາບແວດລ້ອມສືບຕໍ່ໄດ້ຮັບການຮັກສາ ແລະ ເພີ່ມຂຶ້ນ 47% ພາຍໃນ 12 ເດືອນ.
ຫວຽດນາມ ໄດ້ຮັບການຢັ້ງຢືນມີລະດັບການເຕີບໂຕເສດຖະກິດຢ່າງແຮງນັບແຕ່ຕົ້ນປີ 2021 ແລະ ໝາກຜົນດັ່ງກ່າວ ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງບັນດາວິສາຫະກິດ ເອີຣົບ. ເມື່ອໄດ້ຖາມກ່ຽວກັບແງ່ຫວັງຂອງສະພາບແວດລ້ອມດຳເນີນທຸລະກິດ ຂອງ ຫວຽດນາມ ໃນໄຕມາດຈະມາເຖິງ, 67% ຄາດຄະເນວ່າ “ດີຫຼາຍ” ຫຼື “ດີ” - ເພີ່ມຂຶ້ນ 12% ເມື່ອທ່ຽວໃສ່ໄຕມາດກ່ອນ.
ໄປຄຽງຄູ່ກັນນັ້ນ, ຜູ້ເຂົ້າຮ່ວມການສຳຫຼວດ ກໍມີຄວາມປະເອີບໃຈກວ່າຕໍ່ແງ່ຫວັງດຳເນີນທຸລະກິດຂອງຕົນ. ມີຫຼາຍກວ່າ 68% ຜູ້ຖືກຖາມ ຄາດຄະເນວ່າ, ໃບສັ່ງຊື້ສິນຄ້າ ແລະ ລາຍຮັບຂອງເຂົາເຈົ້າຈະຮັກສາ ຫຼື ເພີ່ມຂຶ້ນ ໃນ 3 ເດືອນຕໍ່ໄປ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄຕມາດ 4 ປີ 2020