ຄວາມເປັນເອກະລັກສະເພາະຂອງ“ງານບຸນວັດທະນະທຳພື້ນເມືອງຫວຽດບັກ”ຢູ່ເຂດໄຕງວຽນ

ຄວາມເປັນເອກະລັກສະເພາະຂອງ“ງານບຸນວັດທະນະທຳພື້ນເມືອງຫວຽດບັກ”ຢູ່ເຂດໄຕງວຽນ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ໃນ​ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ
ຫວຽດ​ບັກ
ພາບ:baodaclak

(vovworld)- ໃນ​ວັນ​ທີ 10 ແລະ 11/2 ຢູ່​ຕາ​ແສງ Ea Tam ເມືອງ Krong Nang ແຂວງ ດັກ​ລັກ, ໄດ້​ດຳ​ເນີນ “ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ຫວຽດ​ບັກ”. ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທ​ະ​ນະ​ທຳ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ຂັບ​ແທນ​ຂອງ​ຊາວ​ເຜົ່າ​ໄຕ, ເຕັ້ນ​ສ້າວ​ຂອງ​ຊາວ​ເຜົ່າ​ຜູ້​ໄທ ແລະ ຕະ​ຫລາດ​ນັດ​ແຫ່ງ​ຄວາມ​ຮັກ​ຂອງ​ຊາວ​ເຜົ່າ​ຢ້າວ, ຊາວ​ເຜົ່າ​ມົ້ງ​ທີ່ງານ​ບຸນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ທ້ອງ​ຖິ່ນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ ດີງ​ກົງ​ເຫືອງ, ເລ​ຂາ​ຄະ​ນະ​ພັກ​ຕາ​ແສງ Ea Tam ເມືອງ Krong Nang ໃຫ້​ຮູ້​ວ່າ: ທົ່ວ​ຕາ​ແສງມີ​ພົນ​ລະມືອງກວ່າ  11.000 ຄົນ, ໃນ​ນັ້ນ ກວ່າ 84% ແມ່ນ​ຊາວ​ຊົນ​ເຜົ່າ​ຈາກ​ພາກ​ເຫນືອ​ເຂົ້າ​ມາ​ດຳ​ລົງ​ຊ​ີ​ວິດ. ງານ​ບຸນ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ເດືອນ​ຈຽງ​ປະ​ຈຳ​ປ​ີ ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ເປັນ​ເອ​ກະ​ລັກ​ສະ​ເພາະ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ພົວ​ພັນ​ແລກ​ປ່ຽນ​ນຳ​ກັນ, ສ້າງ​ຄວາມ​ເບີກ​ບານ​ມ່ວ​ນ​ຊື່ນ​ໃນ​ຊຸມມື້​ຕົ້ນ​ປີ​ໃຫມ່  ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າຢູ່​ເຂດ​ໄຕ​ງວຽນ ພ້ອມ​ກັນ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ. ທ່ານ ດີງ​ກົງ​ເຮືອງ ແບ່ງ​ປັນ​ວ່າ:

        “ງານ​ບຸນ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ຫວຽດ​ບັກ ຄວນ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ, ພວກ​ເຮົາ​ຢາກ​ຮັກ​ສາ​ບັນ​ດາ​ທຳ​ນອງ​ຂັບ​ແທນ, ເຕັ້ນ​ສ້າວ​ໄວ້​ໄດ້ ພວກ​ເຮົາ​ຄວນ​ຈັດ​ຕັ້ງ​​ງານ​ບຸນ​ເພື່ອ​ແນ​ໃສ່​ໃຫ້​ລູກ​ຫລານ​ຮູ້​ຈັກ​ເຖິງ​ເພື່ອ​ສືບ​ຕໍ່​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ຕົນ.”


ຕອບກັບ

ຂ່າວ/ບົດ​ອື່ນ