ຄວາມເຫັນຂອງປະຊາຊົນກ່ຽວກັບກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12

(VOVWORLD) - ບັນດາບັນຫາກ່ຽວກັບວຽກງານພະນັກງານ, ປະຕິຮູບເງິນເດືອນ, ປະຕິຮູບນະໂຍບາຍປະກັນສັງຄົມ, ໄດ້ດຶງດູດຄວາມສົນໃຈຕິດຕາມຂອງພະນັກງານ...
ຄວາມເຫັນຂອງປະຊາຊົນກ່ຽວກັບກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 12 - ảnh 1 ພາບປະກອບ

       ໃນຊຸມວັນດຳເນີນກອງປະຊຸມສູນກາງພັກຄັ້ງທີ 7 (ແຕ່ວັນທີ 07 – 12 ພຶດສະພາ) ຢູ່ຮ່າໂນ້ຍ, ມີຫຼາຍບັນຫາໃຫຍ່ໄດ້ນຳມາປຶກສາຫາລື ແລະ ຕັດສິນໃຈ. ບັນດາບັນຫາກ່ຽວກັບວຽກງານພະນັກງານ, ປະຕິຮູບເງິນເດືອນ, ປະຕິຮູບນະໂຍບາຍປະກັນສັງຄົມ, ໄດ້ດຶງດູດຄວາມສົນໃຈຕິດຕາມຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະເປັນຈຳນວນຫຼວງຫຼາຍ. ປະຊາຊົນປາດຖະໜາໃຫ້ກອງປະຊຸມສູນກາງພັກຄັ້ງທີ 7 ກ້າວເຂົ້າສູ່ຊີວິດໂດຍໄວ.

        ປະຊາຊົນມີຄວາມມຸ່ງຫວັງກ່ຽວກັບການປ່ຽນແປງຢ່າງໃຫຍ່ຫຼວງໃນວຽກງານພະນັກງານພາຍຫຼັງກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກ. ທ່ານ ວັນດຶກລອງ, ພະນັກງານພັກກິນເບ້ຍບຳນານຢູ່ນະຄອນ ດ່ານັ້ງ, ໄດ້ຍົກອອກຄຳເຫັນວ່າ:

        “ກອງປະຊຸມສູນກາງພັກຄັ້ງນີ້ໄດ້ວາງອອກບັນຫາຕ້ອງດັດປັບຖັນແຖວພະນັກງານຄືນໃໝ່, ຍູ້ແຮງ, ເພີ່ມທະວີວຽກງານພະນັກງານ, ສຳຫຼວດກວດຄືນຖັນແຖວພະນັກງານມີຈິດສຳນຶກ, ມີລະດັບຄວາມຮູ້, ມີຈັນຍາບັນ, ຄວາມສາມາດຢ່າງພຽງພໍເພື່ອຮັບຜິດຊອບວຽກງານຂອງລັດໄດ້.”

        ປ້າ ຫງວຽນທິກິມຮ່ວາງ, ພະນັກງານກິນເບ້ຍບຳນານ, ເປັນສະມາຊິກພັກມາເປັນເວລາ 40 ປີຢູ່ນະຄອນ ໂຮ່ຈີມິນ ຫວັງວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ວຽກງານສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດໃຫ້ມີຈັນຍາບັນ, ກຳລັງຄວາມສາມາດ ແລະ ມີອິດທິພົນຊື່ສຽງຢ່າງພຽງພໍ, ເໝາະສົມກັບໜ້າທີ່ວຽກງານຈະມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ