ຄະນະກຳມະການກວດກາສູນກາງຜັນຂະຫຍາຍໜ້າທີ່ປີ2016
ທ່ານ ໂງວັນຢຸ, ຫົວໜ້າຄະນະກຳມະການກວດກາສູນກາງ
(ພາບປະກອບ)
(vovworld) – ຕອນບ່າຍວັນທີ 28/12, ອົງການຄະນະກຳມະການກວດກາສູນກາງໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽງງານປີ 2015 ແລະ ຜັນຂະຫຍາຍໜ້າທີ່ປີ 2016. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ໂງວັນຢຸ, ຫົວໜ້າຄະນະກຳມະການກວດກາສູນກາງ ເນັ້ນໜັກເຖິງບັນດາໜ້າທີ່ຈຸດສຸມເຊິ່ງອົງການຄະນະກຳມະການກວດກາສູນກາງ ຄວນສຸມໃສ່ປະຕິບັດໃນປີ 2016. ເຊິ່ງຕາມນັ້ນແລ້ວ, ບັນດາກົມ, ຫົວໜ່ວຍຕ້ອງສຸມໃສ່ເປັນເສນາທິການຊ່ວຍຄະນະກຳມະການກວດກາສູນກາງ ປະຕິບັດບັນດາໜ້າທີ່ເຊິ່ງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາໄດ້ມອບໝາຍໃຫ້; ສືບຕໍ່ເຂົ້າຮ່ວມບັນດາອະນຸກຳມະການໂດຍສູນກາງສ້າງຕັ້ງ, ຕັ້ງໜ້າຮັບໃຊ້ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ; ການເລືອກຕັ້ງສະພາແຫ່ງຊາດຊຸດທີ 14, ສະພາປະຊາຊົນບັນດາອາຍຸການ 2016 – 2021. ບັນດາຫົວໜ່ວຍເປັນເສນາທິການຊ່ວຍໃຫ້ຄະນະກຳມະການ, ການນຳບັນດາອົງການກໍ່ສ້າງປັບປຸງ, ເພີ່ມເຕີມບາງເອກກະສານສຳຄັນ ພາຍຫຼັງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກ; ກໍ່ສ້າງບັນດາໂຄງການດຳເນີນງານຂອງຂະແໜງກວດກາ; ສ້າງໂຄງການດຳເນີນງານປີ 2016 ແລະ ທັງອາຍຸການຂອງຄະນະກຳມະການກວດກາສູນກາງຊຸດທີ 12…