(vovworld) - ຕອນເຊົ້າວັນທີ 18/8, ຄະນະກຳມະການປັບປຸງລັດຖະທຳມະນູນປີ 1992 ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 4 ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung, ປະທານຄະນະກຳມະການປັບປຸງລັດຖະທຳມະນູນປີ 1992. ນີ້ແມ່ນວາລະປະຊຸມທຳອິດ, ຄະນະກຳມະການປັບປຸງລັດຖະທຳມະນູນ ໃຫ້ຄຳຄິດຄຳເຫັນກ່ຽວກັບແຜນຮ່າງເບື້ອງຕົ້ນລັດຖະທຳມະນູນ (ສະບັບປັບປຸງ) ໂດຍຄະນະບັນນາທິການປັບປຸງລັດຖະທຳມະນູນປີ 1992 ກະກຽມ ແລະ ຍືນສະເໜີເຊິ່ງລວມມີ 11 ພາກ, 140 ມາດຕາ, ຫຼຸດ 1 ພາກ ແລະ 7 ມາດຕາ ເມື່ອທຽບໃສ່ ລັດຖະທຳມະນູນປີ 1992. ທີ່ກອງປະຊຸມ, ບັນດາສະມາຊິກຄະນະກຳມະການປັບປຸງລັດຖະທຳມະນູນ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ, ສະແດງທັດສະນະຂອງຕົນກ່ຽວກັບບັນດາເນື້ອໃນໃຫຍ່, ສຳຄັນຂອງລັດຖະທຳມະນູນ ເຊິ່ງໄດ້ສະແດງອອກໃນບັນດາພາກ, ຂໍ້ມາດຕາລະອຽດຂອງຮ່າງລັດຖະທຳມະນູນສະບັບປັບປຸງ ໃນນັ້ນສຸມໃສ່ບັນດາເນື້ອໃນກ່ຽວກັບອະທິປະໄຕຂອງປະຊາຊົນ, ລະບອບການເມືອງ, ສິດຂອງມິນຸດ, ວັດທະນະທຳ, ສຶກສາ, ວິທະຍາສາດ… ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ຕີລາຄາສູງຄວາມານະພະຍາຍາມຂອງຄະນະປະຈຄະນະຳບັນນາທິການ, ຄະນະບັນນາທິການ ໃນເລື່ອງເປັນເຈົ້າການ ແລະ ສ້າງ, ສະເໜີບັນດາເນື້ອໃນການປັງປຸງ, ເພີ່ມເຕີມລັດຖະທຳມະນູນຢ່າງຮີບດ່ວຍ. ຮ່າງລັດຖະທຳມະນູນ (ສະບັບປັບປຸງ) ຈະສືບຕໍ່ໄດ້ຮັບການປັບປຸງໃຫ້, ສຳເລັດບໍລິບູຍ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ຄຳຄິດຄຳເຫັນໃນກອງປະຊຸມເດືອນ 10/2012 ທີ່ຈະມາເຖິງ.