ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມສຸມໃສ່ປ່ຽນໃໝ່ເນື້ອໃນແລະແບບວິທີການເຄື່ອນໄຫວ
ທ່ານປະທານຄະນະກຳມະການສູນກາງແນວໂຮມ
ປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ
(ພາບໜັງສືພິມໃໝ່)
(vovworld) – ທີ່ກອງປະຊຸມຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 9 ຊຸດທີ 8 ໄດ້ດຳເນີນໃນຕອນເຊົ້າວັນທີ 27/06 ຢູ່ນະຄອນ ດ່າໜັງ, ບັນດາຜູ້ແທນໄດ້ຕີລາຄາວ່າ ໃນ 6 ເດືອນຕົ້ນປີ 2016, ຄະນະກຳມະການໄດ້ຕັ້ງໜ້າສຸມໃສ່ປ່ຽນໃໝ່ເນື້ອໃນ ແລະ ແບບວິທີການເຄື່ອນໄຫວຂອງແນວໂຮມທຸກຂັ້ນໃນວຽກງານຊົນເຜົ່າ, ຍູ້ແຮງບັ້ນຂົນຂວາຍ “ທົ່ວປວງຊົນສາມັກຄີສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”. ກ່ຽວກັບວິທີການເຄື່ອນໄຫວໃນໄລຍະຈະມາເຖິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ:
“ລັດຖະບານມີມະຕິກ່ຽວກັບໂຄງການສັງລວມປະຕິຮູບດ້ານບໍລິຫານແຫ່ງລັດໄລຍະ 2011 – 2020 ໃນນັ້ນ ວາງຈຸດໝາຍຮອດປີ 2020 ຄວາມພໍໃຈຂອງປະຊາຊົນອົງການຈັດຕັ້ງ ສຳລັບການຮັບໃຊ້ຂອງອົງການສຳນັກງານບໍລິຫານແຫ່ງລັດບັນລຸກ່ວາ 80%. ດັ່ງນັ້ນ ໜ້າທີ່ໃໝ່ ແລະ ເປັນປະຈຳໃນການເຄື່ອນໄຫວວຽກງານແນວໂຮມປະເທດຊາດ ຫວຽນດາມ ກໍ່ແມ່ນ ເສີມຂະຫຍາຍປະຊາທິປະໄຕໂດຍພື້ນຖານ, ປະຕິບັດພາລະບົດບາດຕິດຕາມກວດກາສ່ອງແສງ, ຄວາມຮັບຜິດຊອບຂອງແນວໂຮມໃນການເຂົ້າຮ່ວມຕີລາຄາຄວາມເພິ່ງພໍໃຈຂອງປະຊາຊົນ ແລະ ຫົວໜ່ວຍກັບການຮັບໃຊ້ອົງການຄຸ້ມຄອງ ລັດ”.
ທີ່ກອງປະຊຸມຄັ້ງນີ້, ບັນດາຜູ້ແທນສຸນໃສ່ປຶກສາຫາລືເນື້ອໃນສຳຄັນຫລາຍຢ່າງຄື ໃຫ້ຄຳເຫັນຮັບຮອງເອົາໂຄງການດຳເນີນງານຂອງແນວໂຮມປະເທດຊາດ ຫວຽດນາມ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ; ປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການເສີມຂະຫຍາຍບົດບາດຂອງແນວໂຮມປະເທດຊາດໃນການປະຕິບັດຂໍ້ກຳນົດປະຊາທິປະໄຕຢູ່ຮາກຖານ. ໂຄງການຕິດຕາມກວດກາການປະຕິຮູບລະບຽບການບໍລິຫານໃນຂົງເຂດພາສີ, ສວຍສາອາກອນ.