(vovworld) - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຜູ້ແທນບັນດາຊາວຄຼິດ ຫວຽດນາມ ສ້າງສາ ແລະ ປົກປັກຮັກສາປະເທດຊາດຄັ້ງທີ 6 ອາຍຸການ 2013 - 2018 ຖືກດຳເນີນການຕອນເຊົ້າວັນທີ 20/11, ຢູ່ ຮ່າໂນ້ຍ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ເນັ້ນໜັກວ່າ: 30 ປີຜ່ານມາ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂື້ນ, ຄະນະກຳມະການສາມັກຄີສາສະໜາຄຼິດ ຫວຽດນາມ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການລິເລີ່ມ ແລະ ຂົນຂວາຍກັນ, ພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ... ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງນັ້ນ, ທ່ານປະທານປະເທດ ເຈືອງເຕີນຊາງ ຢັ້ງຢືນວ່າ: ກ້າວເຂົ້າສູ່ໄລຍະໃໝ່, ພັກ ແລະ ລັດ ສືບຕໍ່ເບິ່ງແຍງດູແລ ແລະ ສ້າງເງື່ອນໄຂໃຫ້ບັນດາສາສະໜາເຄື່ອນໄຫວເພື່ອການພັດທະນາລວມຂອງປະເທດຊາດ:
“ແນວທາງ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແມ່ນຍາມໃດກໍ່ເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖື ຫຼື ບໍ່ເຫຼື້ອມໃສ, ເຊື່ອຖືສາສະໜາໃຊອງປະຊາຊົນ. ພັກ ແລະ ລັດ ກໍ່ເອົາໃຈໃສ່ສ້າງເງື່ອນໄຂໃຫ້ບັນດາອົງການສາສະໜາເຄື່ອນໄຫວຕາມກົດບັດ, ກົດລະບຽບຂອງອົງການສາສະໜາ ແລະ ໄດ້ຮັບການຮັບຮອງຈາກລັດ, ຖືກກັບຂໍ້ກຳນົດຂອງກົດໝາຍ. ເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດອັນດີງານຂອງສາສະໜາຕ່າງໆ, ພັກ ແລະ ລັດປຸກລະດົມບັນດາອົງການສາສະໜາ, ຜູ້ມີຍົດຖະບັນດາສັກ, ສາສະນິກກະຊົນຢູ່ໃນສິນກິນໃນທຳ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຕາມຄາດໝາຍກໍ່ສ້າງປະເທດຫວຽດນາມ ສັນຕິພາບ, ເອກະລາດ, ເອກະພາບ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.”