ຄະນະກຳມະການOlympicຫວຽດນາມຮັບຫຼຽນໄຊແຮງງານຊັ້ນ3ເນື່ອງໃນໂອກາດສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງ
ທ່ານ ຫວູດືກດາມເຂົ້າຮ່ວມພິທີສະເຫຼີມສະຫຼອງ
|
(vovworld) – ຕອນຄ່ຳວັນທີ 20/12, ຢູ່ຮ່າໂນ້ຍ, ຄະນະກຳມະການ Olympic ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ, ພັດທະນາ ແລະ ຕ້ອນຮັບຫຼຽນໄຊແຮງງານຊັ້ນ 3. ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ພ້ອມກັນທົບທວນຄືນໄລຍະທາງ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາຂອງຄະນະກຳມະການ Olympic ຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮັບຮອງບັນດາຄວາມມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງຂອງໝູ່ພະນັກງານ, ກຳມະກອນຂອງຄະນະກຳມະການ Olympic ຫວຽດນາມໃນຕະຫຼອດ 40 ປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ Olympic ຫວຽດນາມ ຕ້ອງມີແຜນການເຄື່ອນໄຫວລະອຽດ, ສົມທົບກັບຢ່າງແໜ້ນແຟ້ນກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແລະ ບັນດາອົງການ, ອົງການຈັດຕັ້ງມະຫາຊົນທີ່ກ່ຽວຂ້ອງເອົາໃຈໃສ່ເປັນພິເສດເຖິງການສະຫງວນແຫຼ່ງກຳລັງຢ່າງເໝາະສົມໃຫ້ບັນດາໂຄງການ, ແຜນການພັດທະນາສຸຂະພາບ, ຮ່າງກາຍຊາວ ຫວຽດນາມ. ພ້ອມກັນນັ້ນ, ຄະນະກຳມະການຕ້ອງເພີ່ມທະວີວຽກງານສຶກສາກິລາພາຍໃນໂຮງຮຽນ ແລະ ພັດທະນາບັນດາຂະບວນການກິລາໃນທົ່ວປວງຊົນຢ່າງແຮງ.