ຄະນະກຳມະທິການພົວພັນຕ່າງປະເທດ ສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ອອກຖະແຫຼງການຮ່ວມຮຽກຮ້ອງການແບ່ງປັນວັກຊິນກັນໂຄວິດ - 19
(VOVWORLD) -ທີ່ວາລະອັດ, ບັນດາທ່ານຫົວໜ້າໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ ໂດຍໄດ້ຕີລາຄາສູງບັນດາຜົນສຳເລັດທີ່ບັນລຸໄດ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນສະພາບເກີດໂລກລະບາດໂຄວິດ - 19 ຢູ່ພາກພື້ນສາມຫ່ລຽມພັດທະນາຈາກກອງປະຊຸມຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນປີ 2019 ກໍ່ຄືໝາກຜົນຂອງການປະຕິບັດບັນດາຂໍ້ຕົກລົງການຮ່ວມມື.
ຄະນະຜູ້ແທນຄະນະກຳມະທິການພົວພັນຕ່າງປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
|
ຕອນບ່າຍວັນທີ 23 ກັນຍາ, ກອງປະຊຸມຄັ້ງທີ 8 ຂອງຄະນະກຳມາທິການການພົວພັນຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ- ຫວຽດນາມ ກ່ຽວກັບເຂດສາມຫຼ່ຽມພັດທະນາ, ຕາມຮູບແບບທາງໄກ, ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການໂລກລະບາດໂຄວິດ - 19 ຢູ່ເຂດສາມຫ່ລຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ” ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 1 ວັນ.
ທີ່ວາລະອັດ, ບັນດາທ່ານຫົວໜ້າໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ ໂດຍໄດ້ຕີລາຄາສູງບັນດາຜົນສຳເລັດທີ່ບັນລຸໄດ້ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນສະພາບເກີດໂລກລະບາດໂຄວິດ - 19 ຢູ່ພາກພື້ນສາມຫ່ລຽມພັດທະນາຈາກກອງປະຊຸມຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນປີ 2019 ກໍ່ຄືໝາກຜົນຂອງການປະຕິບັດບັນດາຂໍ້ຕົກລົງການຮ່ວມມື.
ກ່າວຄຳເຫັນທີ່ວາລະອັດ, ທ່ານຫວູຫາຍຮ່າ ປະທານຄະນະກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ໄດ້ສະເໜີໃຫ້ ຄະນະກຳມາທິການ 3 ປະເທດ ຈົ່ງຜັນຂະຫຍາຍການປະຕິບັດບັນດາກຳນົດທິດໃນຖະແຫຼງການຮ່ວມ ເຊິ່ງກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາ, ຕັ້ງໜ້າສົມທົບກັນຮ່ວມເດີນທາງພ້ອມກັບລັດຖະບານແຕ່ລະປະເທດ ໃນການປະຕິບັດບັນດາຂໍ້ຕົກລົງຮ່ວມ, ໜູນຊ່ວຍໃຫ້ແກ່ເຂດສາມຫ່ລຽມພັດທະນາ, ປະກອບສ່ວນນຳການພົວພັນລະຫວ່າງສາມປະເທດ, ສາມສະພາແຫ່ງຊາດ ນັບມື້ນັບເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນ.