ຄະນະກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ, ເຮັດວຽກຢູ່ ເມກຊີໂກ ແລະ ໂກລົມເບຍ
ຄະນະກຳມາທິການການຕ່າງປະເທດ
ສະພາແຫ່ງຊາດຫວຽດນາມ ເຮັດວຽກຢູ່ ເມກຊີໂກ
(ພາບ: vietnamplus.vn)
(vovworld) - ໃນລະຫວ່າງວັນທີ 3-6/12, ຄະນະຜູ້ແທນກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ, ໂດຍທ່ານຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ເຈິນວັນຮັ່ງ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ເມກຊີໂກ ເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ສະພາແຫ່ງຊາດກ່ວາອີກ, ປະກອບສ່ວນຊຸກຍູ້ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກ. ທ່ານຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ເຈິນວັນຮັ່ງ ແລະ ຄະນະ ໄດ້ເຂົ້າຢ້ຽມຄຳນັບທ່ານຮອງປະທານສະພາສູງສະຫະພັນ ເມກຊີໂກ, ສະມາຊິກສະພາສູງ Jose Rosas Aispuro; ໄດ້ເຈລະຈາກັບທ່ານປະທານກຳມາທິການການຕ່າງປະເທດ ອາຊີ-ປາຊີຟິກ ສະພາສູງ, ສະມາຊິກສະພາສູງ ທ່ານ Teofilo Torres Corzo; ຢ້ຽມຢາມວາລະປະຊຸມຄົບຄະນະສະພາຕຳ່ສະຫະພັນ ເມກຊີໂກ; ເຮັດວຽກກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ເມກຊີໂກ -ຫວຽດນາມ; ເຂົ້າຢ້ຽມຄຳນັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດCarlos de Icaza Gonzalez ແລະ ທ່ານເລຂາທິການໃຫຍ່ພັກແຮງງານ ເມກຊີໂກ (PT), ສະມາຊິກລັດຖະສະພາສະຫະພັນ Alberto Anaya Gutierrez. ທີ່ບັນດາການພົບປະ ແລະ ເຮັດວຽກ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນ ຄວນເພີ່ມທະວີຄວາມມານະພະຍາຍາມ ເພື່ອສິ້ນສຸດການເຈລະຈາ ແລະ ມຸ່ງໄປເຖິງການລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ຊ້າສຸດແມ່ນໃນເດືອນ 6/2015. ຄຽງຄ້າງນັ້ນ, 2 ຝ່າຍກໍ່ຢືນຢັນ ຕັ້ງໜ້າສ້າງເງື່ອນໄຂໃຫ້ແກ່ການສ້າງຕັ້ງສາຍພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ ແລະ ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງ, ຍູ້ແຮງການພົວພັນຮ່ວມມືຮອບດ້ານໃນໄລຍະຈະມາເຖິງ.
ກ່ອນທີ່ຈະໄປຢ້ຽມຢາມ ເມກຊີໂກ, ຄະນະໄດ້ໄປຢ້ຽມຢາມ ໂກລົມເບຍ ແລະ ມີການພົບປະກັບທ່ານປະທານສະພາສູງ Joe David Name ແລະ ທ່ານປະທານສະພາຕຳ່ Fabio Raul Amin Saleme. ການນຳສະພາແຫ່ງຊາດ ໂກລົມເບຍ ຕີລາຄາສູງບັນດາຜົນງານຂອງກິດຈະການປ່ຽນໃໝ່ໂດຍພັກກອມມູນິດຫວຽດນາມ ລິເລີ່ມ ແລະ ນຳພາ, ພ້ອມທັງປາດຖະໜາຢາກເພີ່ມທະວີການພົວພັນຮອບດ້ານກັບຫວຽດນາມ.