ຄະນະຈັດຕັ້ງສູນກາງຕ້ອງປະຕິບັດວຍກງານຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມເປັນຢ່າງດີ
(ທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ,
ເລຂາສູນກາງພັກກອມມູນິດຫວຽດນາມ)
(vovworld) – ຄະນະຈັດຕັ້ງສູນກາງ ຕ້ອງປະຕິບັດວຽກງານຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ເປັນຢ່າງດີ, ນັ້ນແມ່ນຄຳຢືນຢັນຂອງທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຈັດຕັ້ງສູນກາງ, ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2015 ຂອງຄະນະຈັດຕັ້ງສູນກາງ ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 27/01, ຢູ່ຮ່າໂນ້ຍ. ທ່ານ ໂຕຮຸຍເຣື໋ອ ຊີ້ແຈ້ງວ່າ, ປີ 2015, ຄະນະຈັດຕັ້ງສູນກາງ ຕ້ອງເປັນເສນາທິການສ້າງທິດທາງວຽກງານບຸກຄະລາກອນ ແລະ ຜັນຂະຫຍາຍຂໍ້ກຳນົດແນະນຳບຸກຄະລາກອນໃນຄະນະບໍລິຫານງານສູນກາງພັກຄັ້ງທີ 12 ຢ່າງແໜ້ນແຟ້ນ; ພ້ອມກັນນັ້ນ, ສືບຕໍ່ເປັນເສນາທິການ, ປະຕິບັດບັນດາມະຕິຂອງຄະນະບໍລິຫານງານສູນກາງພັກຊຸດທີ 11 ແລະ ບັນດາໜ້າທີ່ເປັນປະຈຳຂອງວຽກງານຈັດຕັ້ງກໍ່ສ້າງພັກ. ພ້ອມທັງປັບປຸງບຸລະນະກົງຈັກ, ຍົກສູງຄຸນນະພາບຖັນແຖວພະນັກງານ, ລັດຖະກອນ ແລະ ສ້າງຄະນະຈັດຕັ້ງສູນກາງໃຫ້ໝັ້ນຄົງ, ເຂັ້ມແຂງ, ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 85 ປີແຫ່ງວັນມູນເຊື້ອຂະແໜງຈັດຕັ້ງການກໍ່ສ້າງພັກ.