(ທ່ານ ໂຕຮູຍເຣືອ, ກຳມະການກົມການເມືອງ
ເລຂາສູນກາງພັກ, ຫົວນ້າຄະນະຈັດຕັ້ງສູນກາງ)
(vovworld) - ປີ 2016, ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຄະນະຈັດຕັ້ງສູນກາງພັກແມ່ນ ຕັ້ງໜ້າ, ເປັນເຈົ້າການປະຕິບັດ ແລະ ສຳເລັດໜ້າທີ່ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ; ສຸມໃສ່ເປັນເສນາທິການ, ສົບທົບກັນຜັນຂະຫຍາຍ, ຊາບຊຶມ, ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ເປັນລະອຽດ, ສ້າງໂຄງການຂອງຄະນະບໍລິຫານງານສູນກາງຊຸກທີ 12 ກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ. ນີ້ແມ່ນຂໍ້ມູນຂ່າວ ໄດ້ຍົກອອກຢູ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2016 ໂດຍຄະນະຈັດຕັ້ງສູນກາງຈັດຂຶ້ນໃນຕອນເຊົ້າວັນທີ 18/1 ຢູ່ ຮ່າໂນ້ຍ.
ທີ່ກອງປະຊຸມ, ທ່ານ ໂຕຮູຍເຣືອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວນ້າຄະນະຈັດຕັ້ງສູນກາງ ເນັ້ນໜັກວ່າ: ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາ ດ້ວຍຂອບຂະໜາດນັບມື້ນັບໃຫຍ່ຫລວງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກ້ວາງຂວາງ.ຕໍ່ໜ້າສະພາບການນັ້ນ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການສູງ ດ້ວຍວຽກງານກໍ່ສ້າງພັກ, ກໍ່ສ້າງຖັນແຖວພະນັກງານ, ລັດຖະກອນ, ສະມາຊິກພັກຂອງຄະນະຈັດຕັ້ງສູນກາງ.