ຄະນະຊີ້ນຳການປະ ຕິຮູບດ້ານຕຸລາການ ສູນກາງເຮັດຢູ່ດັກລັກ

(vovworld) –​ວັນ​ທີ 6/8, ຄະນະ​ປະຕິບັດ​ງານ​ຂອງຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ສູນ​ກາງ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ອົງຄະ​ນະ​ພັກ​ແຂວງ​ດັກ​ລັກ ກ່ຽວ​ກັບ​ເນື້ອ​ໃນ​ກວດ​ກາ, ສຳ​ຫຼວດ​ເພື່ອ​ກຳ​ແໜ້ນສະພາບ​ການ​ຊາບ​ຊືມ,  ຜັນ​ຂະຫຍາຍ​ປະຕິບັດ ຍຸດ​ທະ​ສາດ​ແຫ່ງ​ການປະຕິ​ຮູບ​ດ້ານ​ຕຸລາການຮອດ​ປີ 2020 ​ໃນ​ບໍລິ​ເວນ​ແຂວງ​ດັກ​ລັກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ຊື່​ງ​ແຂວງ​ດັກ​ລັກ ​ບັນລຸ​ໄດ້​ໃນ​ການຜັນ​ຂະຫຍາຍ​ປະຕິບັດຍຸດ​ທະ​ສາດ​ແຫ່ງ​ການ ປະຕິ​ຮູບ​ດ້ານ​ຕຸລາການ ຮອດ​ປີ 2020. ທ່ານ​ໃຫ້ຊີ້​ນຳ​ໃຫ້ການ​ນຳ​ຂອງແຂວງຕ້ອງ​ປະຕິບັດ​ວຽກ​ງານ​ໂຄສະນາ ​ແລະ ຊີ້​ນຳ​ເປັນ​ຢ່າງ​ດີ​ກ່ວາ​ອີກ, ຊີ້​ນຳ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ເອກະສານ​ຂອງ​ສູນ​ກາງ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວ​ຂ້ອງກ່ຽວ​ກັບ​ວຽກ​ງານ​ປະຕິ​ຮູບ​ດ້ານ​ຕຸລາການ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ອວງຈູ​ລຶວ ສະ​ເໜີ​ແຂ​ວງດັກ​ລັກ ຈົ່ງ​ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ອົບຮົມ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​ວິຊາ​ຊີບ, ສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ, ທັດສະນະຮັບ​ໃຊ້​ປະຊາຊົນ​ໃນ​ໝູ່​ພະນັກງານ, ລັດ​ຖະກອນ​ບັນດາ​ອົງການ​ຕຸລາການ.

 ຄະນະຊີ້ນຳການປະ ຕິຮູບດ້ານຕຸລາການ ສູນກາງເຮັດຢູ່ດັກລັກ - ảnh 1

ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ກວດກາ​ສະພາບ​ການ
​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ຢູ່ ຢາ​ລາຍ
(ພາບ: baogialai.com.vn)

  ກ່ອນໜ້ານັ້ນ, ວັນ​ທີ 05/08, ຄະນະ​ປະຕິບັດ​ງານຄະນະ​ຊີ້​ນຳ​ການ​ປະຕິ​ຮູບດ້ານ​ຕຸລາການ​ສູນ​ກາງ ​ໂດຍ​ທ່າ​ນຮອງ​ປະທາ​ນສະພາ​ແຫ່ງ​ຊາດ ອວງຈູ​ລິວ, ສະມາຊິກຄະນະ​ຊີ້​ນຳ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ນຳ​ໜ້າ ​ໄດ້​ໄປ​ແຂວງ​ຢາ​ລາຍ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ການ​ປະຕິ​ຮູບ​ດ້ານ​ຕຸລາການ​ຢູ່​ທ້ອງ​ຖິ່ນ ພາຍຫຼັງ​ 8 ປີ​ແຫ່ງການ​ປະຕິບັດ​ຕາມ​ມະຕິຂອງ​ກົມ​ການ​ເມືອງ (ຊຸດ​ທີ 9) ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບດ້ານ​ຕຸລາການ​ຮອດ​ປີ 2020. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້ຕີ​ລາຄາ​ສູງ​ການ​ເຄື່ອນ​ໄຫວປະຕິ​ຮູບ​ດ້ານ​ຕຸລາການຢູ່​ແຂວງ​ຢາ​ລາຍ ດ້ວຍ​ບັນດາ​ໝາກຜົນ​ບັນລຸ​​ໄດ້​ຢ່າງ​ຕັ້ງໜ້າ, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຮັບ​ຮູ້​ກ່ຽວກັບ​ວຽກ​ງານປະຕິ​ຮູບ​ດ້ານ​ຕຸລາການໃນ​ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ສະ​ເໜີ​ໃຫ້ການ​ນຳ​ແຂວງ ​ແລະ ບັນດາ​ອົງການດ້ານ​ຕຸລາການ ຕ້ອງ​ມີ​ບັນດາມາດຕະການ​ແກ້​ໄຂ​​ເພື່ອ​ຍົກ​ສູງ​ຄວາມ​ສາມາດ, ລະດັບ​ຄວາມ​ຮູ້​ໃນ​ລະບົບ​ປະຕິ​ຮູບ​ຍຸຕິ​ທຳ​ກວ່າ​ອີກ; ພິ​ເສດ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ຮັບປະກັນ​ການ​ເຄື່ອນ​ໄຫວ​​ໃຫ້ບັນດາ​ອົງການ​ຍຸຕິ​ທຳ​ມີ​ຄວາມ​ເຂັ້ມ​ແຂງຢ່າງ​ພຽງພໍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງ​ການ​ໃນ​ຕົວ​ຈິງ.
ຂ່າວ/ບົດ​ອື່ນ