ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງຈະຈັດການປະຊຸມຄັ້ງທີ10ໃນວັນທີ27/04

ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງຈະຈັດການປະຊຸມຄັ້ງທີ10ໃນວັນທີ27/04 - ảnh 1
ທ່ານ​ເລຂາທິການ​ໃຫຍ່ ​ຫງວຽນ​ຟຸຈ້ອງ ກ່າວຄຳເຫັນທີ່ວາລະປະຊຸມທີ 9
(ພາບ: noichinh.vn)

(vovworld) -ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນ​ິດ ຫວຽດນາມ ຫງວຽນ​ຟຸຈ້ອງ ຫົວໜ້າ​ຄະນະ​ຊີ້​ນຳ ​ເປັນ​ປະທານ​ວາລະ​ປະຊຸມ. ​ຢູ່​ວາລະ​ປະຊຸມ​ນີ້ຄະນະ​ຊີ້​ນຳ ຈະ​ປະກາດ​ການ​ເພີ່​ມ​ເຕີ່​ມບູລະນະ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຮ່າງ​ຂໍ້ຕົກລົງ​ຈັດ​ແບ່ງ​ໜ້າ​ທີ່​ສະມາຊິກ​ຄະນະ​ຊີ້​ນຳ, ຮ່າງ​ແຜນການ​ກວດກາ, ຕິດຕາມ​ເລື່ອງກວດກາ, ກໍລະນີ​ສໍ້​ລາດ​ບັງ​ຫລວງ​ເປີດ​ການ​ດຳ​ເນີນ​ຄະດີ, ສືບສວນສອບ​ສວນ, ຟ້ອງ​ສານ ພິພາກສາ​ບັນດາ​ຄະດີ​ສໍ້​ລາດ​ບັງ​ຫລວງ​ຢ່າງ​ຮ້າຍ​ແຮງ, ສັບສົນຕາມ​ແຜນການ​ຂອງ​ກົມ​ການ​ເມືອງ. ພ້ອມ​ທັງ ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງານ​ໝາກ​ຜົນການ​ພິພາກສາ 8 ຄະດີ​ຊຶ່ງ​ປະຕິບັດກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ໝາກຜົນ​​ແກ້​ໄຂ​ບັນດ​າຄະດີ, ​ກໍລະນີ​ຂຶ້ນ​ກັບການ​​ຕິດຕາມ, ຊີ້​ນຳຂອງຄະນະ​ຊີ້​ນຳ. ຄະນະ​ວຽກ​ງາ​ນການ​ເມືອງ​ພາຍ​ໃນ​ຕິດຕາມ, ​ເລັ່ງລັດ, ໝາກຜົນ​ການ​ປະຕິບັດ​ສະຫຼຸບ​ວາລະ​ປະຊຸມ​ທີ 9 ຂອງ​ຄະນະ​ຊີ້ນຳ; ລາຍ​ງານ​ກ່ຽວ​ກັບ​ແຜນການ​ກວດກາ​ຫົວ​ເລື່ອງ​ສະ​ເພາະ​ວຽກ​ງານປ້ອງ​ກັນສະກັດ​ກັ້ນ, ຄົ້ນພົບ​ແກ້​ໄຂ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂົງ​ເຂດ​ອາກອນ,ພາສີ.

ຂ່າວ/ບົດ​ອື່ນ