ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງປະຊຸມວາລະທີ9

ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນຕ້ານການສໍ້ລາດບັງຫລວງປະຊຸມວາລະທີ9 - ảnh 1
(ພາບປະກອບ)

(vovworld) – ​ ​ ວາລະ​ປະຊຸມ​ທີ 9 ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ປ້ອງ​ກັນ ຕ້ານການ​ສໍ້​ລາດ​ບັງ​ຫລວງ ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 28/12 ຈະ​ມາ​ເຖິງ. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຈະປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​​ໃສ່​ບັນດາ​ເນື້ອ​ໃນ: ລາຍ​ງານ​ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນການ​ປະຕິບັດບົດ​ສະຫລຸບ​ຂອງ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ, ທີ່​ວາລະ​ປະຊຸມ​ຄັ້ງ​ທີ 8 ຂອງ​ຄະນະ​ຊີ້​ນຳ; ລາຍ​ງານ​ໝາກຜົນຮັບ​ຮູ້ບັນດາ​ເຫດ​ການ, ການສືບສວນ, ການ​ຟ້ອງ​ສານ, ການພິພາກສາ​ບັນດາ​ຄະດີ, ​ໂດຍຄະນະ​ຊີ້​ນຳ​ຕິດຕາມ, ຊີ້​ນຳ; ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ​ຕິດຕາມ, ​ເລັ່ງລັດ; ລາຍ​ງານ​ໝາກຜົນ​ແຫ່ງການກວດກາ​ດ້ານເສດຖະກິດ - ສັງຄົມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ພ້ອມ​ທັງ ຮັບ​ຟັງ​ບົດລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ສະພາບ​ການ, ໝາກຜົນ​ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ປີ 2015 ​ແລະ ທິດ​ທາງ, ໜ້າ​ທີ່ປີ 2016; ລາຍ​ງານປະ​ເມີນ​ຜົນ 3 ປີ​​ແຫ່ງ​ການເຄື່ອນ​ໄຫວຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວກັບການປ້ອງ​ກັນ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ; ລາຍການ​ຈຸດ​ສຸມ​ປີ 2016 ຂອງ​ຄະນະ​ຊີ້​ນຳ ພ້ອມ​ກັບ​​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ອື່ນໆຈຳນວນໜຶ່ງ.


ຂ່າວ/ບົດ​ອື່ນ