ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ ຢູ່ເຮົ້າຢາງ
ຜູ້ຕາງໜ້າກຳມາທິການຊົນເຜົ່າສະພາແຫ່ງຊາດ
ມອບຂອງຂວັນບຸນປີໃໝ່ Chol Chnam Thmay
(ພາບ: baomoi.com)
(vovworld) – ວັນທີ 14/04, ກົງກັບມື້ທຳອິດຂອງປີໃໝ່ຂອງປະຊາຊົນຊາວເຜົ່າຂະແມ, ຄະນະປະຕິບັດງານຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ພ້ອມກັບຜູ້ຕາງໜ້າກຳມາທິການຊົນເຜົ່າສະພາແຫ່ງຊາດ, ກອງບັນຊາການທະຫານເຂດ 9 ໄດ້ລົງຢ້ຽມຢາມ, ມອບຂອງຂວັນບຸນປີໃໝ່ Chol Chnam Thmay ໃຫ້ບັນດາພະສົງ, ປະຊາຊົນຊາວເຜົ່າຂະແມ ຢູ່ວັດແຫ່ງຕ່າງໆຄື: Utdongmenchey, Porayseraychum ຢູ່ເມືອງ ລອງມີ້, ວັດ Occhumpruksa ຢູ່ເມືອງ ວິ້ຖຸຍ ແລະ ວັດ Sasanarangsay ຢູ່ນະຄອນ ວິ້ແທງ, ແຂວງເຮົ້າຢາງ. ຢູ່ແຕ່ລະແຫ່ງ, ຄະນະຜູ້ແທນໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນປີໃໝ່ ແລະ ອວຍພອນໃຫ້ພໍ່ແມ່ປະຊາຊົນຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ສາມັກຄີ ບົນຈິດໃຈປະຢັດ, ສູ້ຊົນພັດທະນາເສດຖະກິດຄອບຄົວ ເພື່ອໃຫ້ນັບມື້ນັບອີ່ມໜຳສຳລານ. ຕາມພະອາຈານ ລິ໋ເວ້, ຫົວໜ້າສະມາຄົມສາມັກຄີພະສົງຮັກຊາດແຂວງເຮົ້າຢາງ ແລ້ວ, ພໍ່ແມ່ປະຊາຊົນຊາວເຜົ່າຂະແມ ເຮົ້າຢາງ ຕ້ອນຮັບບຸນປີໃໝ່ Chol Chnam Thmay 2015 ດ້ວຍຄວາມມ່ວນຊື່ນຫຼາຍຢ່າງ ແລະ ໄດ້ຮັບຄວາມເອົາໃຈໃສ່ທາງດ້ານຊີວິດ, ຈິດໃຈ ແລະ ເສດຖະກິດຈາກອຳນາດການປົກຄອງ. ປະຊາຊົນຊາວເຜົ່າຂະແມ ນ້ຳໃຊ້ບັນດາແຫຼ່ງທຶນ, ທີ່ດິນທຳການນຜະລິດ, ຕົ້ນໄມ້ ຢ່າງມີປະສິດທິຜົນ, ໂດຍລັດໜູນຊ່ວຍ ເພື່ອພັດທະນາເສດຖະກິດຄອບຄົວ, ມີສະຕິບື່ນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍຕົນເອງ. ວັດ 15 ແຫ່ງຢູ່ເຮົ້າຢາງ ໄດ້ມີເງື່ອນໄຂສະດວກ ເພື່ອເປີດຫ້ອງສອນພາສາຫວຽດ - ຂະແມ ໃຫ້ລຸກຫຼານປະຊາຊົນຊາວເຜົ່າຂະແມ, ປະກອບສ່ວນອະນຸລັກຮັກສາຊີວິດວັດທະນະທຳ ແລະ ພັດທະນາການສຶກສາໃນໝູ່ປະຊາຊົນຊາວເຜົ່າຂະແມ.