(vovworld) - ວັນທີ 15/07, ຄະນະຜູ້ແທນຊາວໜຸ່ມເຍົາວະຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ເຂົ້າຮ່ວມຄ້າຍພັກແລ້ງປີ 2013 ໄດ້ກ້າວສູ່ການເດີນທາງຄົ້ນຫາຄວາມງາມຂອງແຂວງຮ່າຢາງ, ເຂດດິນເໜືອສຸດຂອງປະເທດຊາດ. ຄະນະຜູ້ແທນໄດ້ໄປຢ້ຽມຢາມເຂດພູພຽງຫິນດົງວັນ ເຊິ່ງ UNESCO ຮັບຮອງວ່າ ແມ່ນອຸທິຍານທໍລະນີທົ່ວໂລກປີ 2010. ບັນດາເພື່ອນໜຸ່ມໄດ້ຮັບຊົມຄວາມງາມມະຫັດສະຈັນ ດ້ວຍບັນດາສາຍພູຢູ່ເມືອງ ກວານບ້າ, ອຽນມິນ, ດົງວັນ, ແມ່ວຫວາກ, ພ້ອມທັງໄດ້ຊອກຮູ້ບັນດາຈຸດວັດທະນະທຳທີ່ລຽບງ່າຍ ແຕ່ເຕັມໄປດ້ວຍສີສັນພິເສດຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດພູສູງ. ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດຕໍ່ເພື່ອນ ເຈີ່ນກວາງຈູງ, ພວມດຳລົງຊີວິດຢູ່ ອຸກະແລມ ແມ່ນເສົາທຸງ ລູ້ງກຸ໋, ມີຄວາມສູງປະມານ 1.700 ມ ເມື່ອທຽບໃສ່ໜ້ານ້ຳທະເລ. ເພື່ອນ ເຈີ່ນກວາງຈູງ, ແບ່ງປັນວ່າ.
“ເມື່ອມາຮອດນີ້, ໄດ້ເຫັນປະຈັກຕາເສົາທຸງ ລູ້ງກຸ໋ ນີ້, ຄວາມຮັກຕໍ່ບ້ານເກີດເມືອງນອນ ແລະ ປະເທດຊາດຂອງນ້ອງໄດ້ເພີ່ມຂຶ້ນຫຼາຍ, ນ້ອງຮູ້ສຶກວ່າມີຄວາມສັກກະລະບູຊາທີ່ສຸດ, ເພາະນີ້ແມ່ນເຂດດິນເໜືອສຸດຂອງຫວຽດນາມ.”