ທ່ານນາງຮອງປະທານສະພາແຫ່ງຊາດ
ຫງວຽນທິກິມເງິນ ເຮັດວຽກຢູ່ແຂວງ ລາຍເຈົາ
|
( vovworld ) - ນັບແຕ່ວັນທີ 14/3, ຄະນະຕິດຕາມກວດກາຄະນະປະຈຳສະພາແຫ່ງຊາດ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າໄດ້ໄປກວດກາສະພາບປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນຂອງລັດສຳລັບຂົງເຂດກະສິກຳ, ຊາວກະສິກອນ ແລະ ຊົນນະບົດໄລຍະ 2006 – 2011, ຢູ່ແຂວງລາຍເຈົາ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ນະໂຍບາຍລົງທຶນໃຫ້ແກ່ກະສິກຳ, ຊາວກະສິກອນ ແລະ ຊົນນະບົດໄລຍະ 2006 – 2011 ຢູ່ແຂວງລາຍເຈົາ ມີປະສິດທິຜົນ. ແຕ່ວ່າ, ແຫຼ່ງທຶນໃຫ້ແກ່ກະສິກຳ, ຊາວກະສິກອນ ແລະ ຊົນນະບົດຢູ່ແຂວງລາຍເຈົ້າ ຍັງຕໍ່າຢູ່ ໃນຂະນະທີ່ຄວາມຕ້ອງການແຫຼ່ງທຶນພັດສູງ, ລາຍເຈົາ ຕ້ອງໄຈ້ແຍກຢ່າງລະອຽດ ແລະ ຊີ້ແຈງບັນດາຂໍ້ສະເໜີກ່ຽວກັບບັນດາກົນໄກ, ນະໂຍບາຍສະເພາະໃຫ້ແຂວງ. ທ່ານນາງຮອງປະທານສະພາແຫ່ງຊາດ ກໍສະເໜີໃຫ້ແຂວງລາຍເຈົາ ຄວນລົງທຶນພັດທະນາຄົມມະນາຄົມ, ພື້ນຖານໂຄງລ່າງ ແລະ ຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ.