ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 8 ຫຼຽນ, ຢືນອັນດັບທີ 2

(VOVWORLD) -ສິ້ນສຸດມື້ແຂ່ງຂັນທີ່ 3 ຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Game 30) ຢູ່ຟິລິບປີນ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 10 ຫຼຽນຕື່ມອີກ, ຢຶນອັນດັບທີ 2 ໃນຕາຕະລາງຈັດອັນດັບ.
ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 8 ຫຼຽນ, ຢືນອັນດັບທີ 2 - ảnh 1 (ຕາຕະລາງຈັດອັນດັບ)

ນີ້ແມ່ນມື້ແຂ່ງຂັນບັນລຸຜົນສຳເລັດຂອງບັນດານັກກິລາມວຍ Wushu ຫວຽດນາມ ເມື່ອຄວ້າໄດ້ຫຼຽນຄຳ 3 ຫຼຽນ. ສ່ວນຫຼຽນເງິນ ແລະ ຫຼຽນທອງທີ່ຄວ້າໄດ້ໃນວັນທີ 03 ທັນວາ ແມ່ນມາຈາກປະເພດກິລາແຂ່ງຂັນຕີມວນໄມ້ຄ້ອນ, ຍົກນ້ຳໜັກ, ໝາກເສິກສາກົນ…

        ໃນການແຂ່ງຂັນບານເຕະເພດຊາຍ, ຈຸດສຸມແມ່ນການແຂ່ງຂັນລະຫວ່າງທິມບານເຕະ U22 ຫວຽດນາມ ແລະ U22 ສິງກະໂປ. ຫວຽດນາມ ໄດ້ຮັບໄຊຊະນະ 1 ປະຕຸຕໍ່ 0, ຍາດໄດ້ 3 ຄະແນນທີ່ສຳຄັນໃນເສັ້ນທາງກ້າວເຂົ້າແຂ່ງຂັນຮອບຮອງຊະນະເລີດ.

ຕອບກັບ

ຂ່າວ/ບົດ​ອື່ນ