ຄະນະນັກກິລາ ຫວຽດນາມ ກຽມພ້ອມເຂົ້າຮ່ວມການແຂ່ງຂັນກິລາSEA Games 30
(VOVWORLD) -ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນຝຶກແອບກິລາ ແຫ່ງຊາດ ຮ່າໂນ້ຍ, ໄດ້ຈັດຕັ້ງພິທີອອກເຄື່ອນທັບ ຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30
ທ່ານ ເຈິ່ນດຶກເຟິ້ນ, ຮອງຫົວໜ້າກົມໃຫຍ່ກິລາ - ກາຍະກໍາຫວຽດນາມ, ຫົວໜ້າຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30 ໃນພິທີອອກເຄື່ອນທັບ (ພາບ: TTXVN)
|
ທີ່ພິທີມີທ່ານ ຫງວຽນງອກຖ້ຽນ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເນັ້ນໜັກວ່າ ເຫດການກິລາສາກົນມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງບັນດາປະເທດ ໃນປະຊາຄົມ ອາຊຽນ, ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ບັນດານັກກິລາ ໄດ້ສະແດງຄວາມເກັ່ງກ້າສາມາດ, ຍົກສູງຜົນງານຂອງຕົນ. ທ່ານກ່າວວ່າ:
ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈ ແລະ ຫວັງວ່າ ທັງໝົດໝູ່ຄະນະພະນັກງານ, ຄູຝຶກ, ນັກກິລາ ຂອງ ຄະນະນັກກິລາ ຫວຽດນາມ ຈະສືບຕໍ່ ສາມັກຄີກັນ, ມີຄວາມໝັ້ນໃຈ, ສຸມສະຕິປັນຍາແຂ່ງຂັນໃຫ້ຢູ່ໃນລະດັບສູງສຸດ, ອຸທິດຈົນຮອດຄວາມສາມາດຂອງຕົນເອງເພື່ອປະເທດຊາດ, ເພື່ອຍາດໄດ້ຜົນງານຢ່າງວ່ອງໄວກ່ວາ - ສູງກ່ວາ - ໄກກ່ວາອີກໃນ SEA Games 30