ຄະນະນັກສິລະປະກອນແຂວງຢຸນນານຂອງຈີນມາສະແດງຢູ່ຮ່າໂນ້ຍ
(ຄະນະນັກສິລະປະກອນແຊວງຢຸນນານຂອງຈີນມາສະແດງຢູ່ຮ່າໂນ້ຍ)
(vovworld) – ຕອນຄໍ່າວັນທີ 27/10, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ໄດ້ຈັດລາຍການສະແດງສິລະປະຂອງຄະນະນັກສິລະປະກອນແຂວງຢຸນນານ ຂອງຈີນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີນ (18/01/1950 – 18/01/2015). ເຂົ້າຮ່ວມລາຍການມີທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ໂຮ່ຊວນເຊີນ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວືອງຢຸຍບຽນ, ທ່ານຮອງຫົວໜ້າຄະນະກຳມະການປະຈຳສະພາຜູ້ແທນປະຊາຊົນແຂວງ ຢຸນນານ, ແຫ່ງປະເທດຈີນ, ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ ໂຄງແຊວຢຸງ. ກ່າວຄຳເຫັນໄຂລາຍການ, ທ່ານເລວັນຮວາດ, ຮອງປະທານສະພາປະຊາຊົນນະຄອນຮ່າໂນ້ຍ ຢືນຢັນວ່າ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ການຢ້ຽມຢາມ ແລະ ສະແດງສິລະປະຂອງຄະນະນັກສິລະປະກອນແຂວງຢຸນນານ, ແມ່ນໜຶ່ງໃນບັນດາຄະນະສິລະປະກອນດີເດັ່ນຂອງຈີນ, ການສະແດງສິລະປະຄັ້ງນີ້ຈະປະກອບສ່ວນຢ່າງຕັ້ງໜ້າເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີນ , ພ້ອມທັງປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ຄວາມເຂົ້າອົກເຂົ້າໃຈດ້ານວັດທະນະທຳ, ນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ທ້ອງຖິ່ນ ແລະ ປະຊາຊົນ 2 ປະເທດເລິກເຊິ່ງຂຶ້ນຕື່ມ.”