ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ
ການເຮັດວຽກຂອງຄະນະປະຈຳສະພາແຫ່ງຊາດ
|
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 3, ຕອນເຊົ້າວັນທີ 13/9, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ. ຕາມໃບສະເໜີຂອງລັດຖະບານ, ຮ່າງກົດໝາຍໃສ່ນີ້ພຽງແຕ່ປັບປຸງ, ເພີ່ມເຕີມ 16 ມາດຕາໃນຍອດຈຳນວນ 61 ມາດຕາຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີປີ 2006. ດັ່ງນັ້ນ, ບັນດາຜູ້ແທນສະເໜີໃຫ້ຄະນະຮຽບຮຽງຕ້ອງຄົ້ນຄ້ວາລະອຽດ, ປັບປຸງຢ່າງຮອບດ້ານບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີປີ 2006. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສະເໜີວ່າ:
“ຂອບເຂດການປັບປຸງຕ້ອງສັງລວມກ່ວາ, ຮອບດ້ານກ່ວາ, ຕ້ອງສືບທອດບັນດາຂໍ້ກຳນົດຍັງຮັກສາຄຸນຄ່າເດີມຂອງກົດໝາຍສະບັບເກົ່າໄວ້, ພ້ອມທັງແກ້ໄຂບັນດາຂໍ້ຈຳກັດສິ່ງທີຍັງຄົງຄ້າງ, ຜ່ານການສະຫລຸບ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຢີ ແລະ ເໝາະສົມກັບສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງປະເທດຊາດໃນປະຈຸບັນ. ກ່ຽວກັບເນື້ອໃນທີ່ວາງອອກນັ້ນແມ່ນ ມະຕິເລກທີ 20 ຂອງສູນກາງພັກຄັ້ງທີ 6 ຊຸດທີ 11 ເວົ້າເຖິງວິທະຍາສາດເຕັກໂນໂລຢີແມ່ນຈະແຈ້ງທີ່ສຸດ. ຂ້າພະເຈົ້າຊົມເຊີຍໃນການປັບປຸງກົດໝາຍນີ້ຍົກອອກມາບັນດາຂໍ້ກຳນົດກ່ຽວກັບບົດບາດການຄຸ້ມຄອງລັດໃນການຄວບຄຸມເຕັກໂນໂລຢີ.”