ຄະນະປະຈຳສະພາແຫ່ງຊາດປຶກສາຫາລີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ
ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີກະຊວງການເງິນ
(vovworld) - ຕອນເຊົ້າວັນທີ 20/03 ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະ (ສະບັບປັບປຸງ). ບັນດາຄຳເຫັນທີ່ປຶກສາຫາລືໄດ້ເຫັນດີເປັນເອກະພາບນັ້ນແມ່ນເນື້ອໃນຂອງຮ່າງກົດໝາຍ ໄດ້ສະແດງໃຫ້ເຫັນໂດຍສັງເຂບບັນດາບັນຫາທີ່ກ່ຽວຂ້ອງເຖິງການຄຸ້ມຄອງໜີ້ສາທາລະນະ, ບັນດາຂໍ້ກຳນົດ ກ່ຽວກັບພື້ນຖານຄວນເໝາະສົມກັບທຳນຽມສາກົນ. ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສາທາລະນະສະບັບປັບປຸງ ໄດ້ກຳນົດຂອບຂະໜາດໜີ້ສາທາລະນະຕາມທິດ ຍັງຄົງຮັກສາສະພາບເດີມໄດ້ຄືກົດໝາຍປະຈຸບັນ.
ເມື່ອອະພິບາຍທີ່ວາລະປະຊຸມ, ທ່ານ ດິງຕ໋ຽນຢຸງ ລັດຖະມົນຕີກະຊວງການເງິນ ຖືວ່າ: ສາຍເຫດທີ່ພາໃຫ້ໜີ້ສາທາລະນະເພີ່ມຂຶ້ນຢ່າງວ່ອງໄວໃນໄລຍະຜ່ານມາ ກ່ອນອື່ນໝົດແມ່ນຍ້ອນການບໍລິຫານ ແລະ ຜົນສະທ້ອນຈາກເສດຖະກິດໂລກ. ໃນຂະນະທີ່ລະດັບການເຕີບໂຕເສດຖະກິດຊັກຊ້າລົງ, ແຕ່ລາຍຈ່າຍໃຫ້ການປະກັນຊີວິດສັງຄົມ, ລາຍຈ່າຍໃຫ້ການລົງທຶນລະບົບພື້ນຖານໂຄງລ່າງຄົມມະນາຄົມຍັງຄົງເພີ່ມຂຶ້ນ. ສ່ວນໜີ້ຂອງລັດວິສາຫະກິດ, ທ່ານ ດິງຕ໋ຽນຢຸງ ຢືນຢັນວ່າ ບໍ່ຫັນນໜີ້ຂອງວິສາຫະກິດກາຍເປັນໜີ້ຂອງລັດ.