ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍ
ວາລະປະຊຸມຄັ້ງທີ 30 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) – ໂດຍສືບຕໍ່ວາລະປະຊຸມຄັ້ງທີ 30, ຕອນເຊົ້າວັນທີ 12/8, ຄະນະປະຈຳສະພາແຫ່ງຊາດຊຸດທີ 13 ໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ແລະ ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການສອນວິຊາຊີບ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເປັນປະທານວາລະປະຊຸມ.
ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ສະມາຊິກຄະນະປະຈຳສະພາແຫ່ງຊາດ ສ່ວນຫຼາຍໄດ້ເຫັນດີເຫັນພ້ອມຕໍ່ບັນດາເນື້ອໃນໄດ້ຮັບການຮັບຮູ້, ປັບປຸງ. ໃນນັ້ນ, ເນື້ອໃນກ່ຽວກັບເຮືອນຢູ່ສັງຄົມໄດ້ຮັບຄວາມສົນໃຈຈາກບັນດາສະມາຊິກສະພາແຫ່ງຊາດຫຼາຍທ່ານ. ເລື່ອງສ້າງຕັ້ງກອງທຶນພັດທະນາເຮືອນຢູ່ສັງຄົມແມ່ນເພື່ອສ້າງການລະດົມທຶນ ດ້ວຍດອກເບ້ຍພິເສດ, ເປັນປົກກະຕິ ແລະ ໄລຍະເວລາໃຫ້ກູ້ຢືມຍາວຂອງບັນດາທ້ອງຖີ່ນມີຄວາມຕ້ອງການສູງກ່ຽວກັບເຮືອນຢູ່ເພື່ອແນໃສ່ໜູນຊ່ວຍບັນດາເປົ້າໝາຍປະສົບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ ໄດ້ກູ້ຢືມທຶນຈາກກອງທຶນດັ່ງກ່າວເພື່ອຊື້, ເຊົ່າເຮືອນຢູ່ສັງຄົມ ຫຼື ໜູນຊ່ວຍບັນດາວິສາຫະກິດກູ້ຢືມທຶນເຂົ້າຮ່ວມການພັດທະນາເຮືອນຢູ່ສັງຄົມ.
ຄະນະປະຈຳສະພາແຫ່ງຊາດກໍ່ໄດ້ປຶກສາຫາລື ກ່ຽວກັບບັນດາບັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍປັບປງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການສອນວິຊາຊີບ, ມີຫຼາຍຄຳເຫັນເຫັນດີກັບເລື່ອງປ່ຽນຊື່ ແລະ ເປີດກ້ວາງຂອບເຂດ, ເປົ້າໝາຍປັບປຸງຈາກຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການສອນວິຊາຊີບ ເປັນຮ່າງກົດໝາຍວ່າດ້ວຍການສຶກສາອາຊີບ. ຕາມນັ້ນແລ້ວ, ຂອບເຂດ ແລະ ເປົ້າໝາຍປັບປຸງຂອງຮ່າງກົດໝາຍວ່າດ້ວຍການສຶກສາອາຊີບ ຈະໄດ້ຮັບການເປີດກ້ວາງ, ລວມທັງຂັ້ນອາຊີວະຊັ້ນກາງ ແລະ ສອນວິຊາຊີບ, ເພື່ອລວບລວມຂົງເຂດສຶກສາອາຊີບທັງໝົດ.