ວາລະປະຊຸມເທື່ອທີ 41ຄະນະປະຈຳສະພາແຫ່ງຊາດ
(ພາບອິນເຕີແນດ)
(vovworld) – ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມເທື່ອທີ 41, ຕອນເຊົ້າວັນທີ 17/9, ຄະນະປະຈຳສະພາແຫ່ງຊາດໃຫ້ຄວາມເຫັນໃສ່ດຳລັດກ່ຽວກັບການຄຸ້ມຄອງພາຫະນະອຸປະກອນການແພດ. ໃບສະເໜີຂອງລັດຖະບານຢືນຢັນວ່າ ການກໍ່ສ້າງ ແລະ ປະກາດໃຊ້ດຳລັດກ່ຽວກັບພາຫະນະອຸປະກອນການແພດແມ່ນສຳຄັນ ແລະ ມີຄວາມຈຳເປັນ, ຍ້ອນວ່າ, ນີ້ແມ່ນສິນຄ້າພິເສດສົ່ງຜົນສະທ້ອນໂດຍກົງເຖິງສຸຂະພາບມະນຸດ ແລະ ແມ່ນໜຶ່ງໃນບັນດາປັດໃຈສຳຄັນທີ່ຕັກສິນປະສິດທິຜົນ, ຄຸນນະພາບຂອງວຽກງານການແພດ, ໜູນຊ່ວຍໃຫ້ທ່ານໝໍໃນການບົ່ງມະຕິ ແລະ ປິ່ນປົ່ວພະຍາດໃຫ້ຄົນເຈັບຢ່າງຊັດເຈນ, ວ່ອງໄວ, ປອດໄພ ແລະ ມີປະສິດທິຜົນ. ຮ່າງດຳລັດລວມມີ 11 ພາກ ແລະ 71 ມາດຕາ.
ຜ່ານການປຶກສາຫາລື, ທີຫຼາຍຄວາມເຫັນໃນຄະນະປະຈຳສະພາແຫ່ງຊາດເຫັນດີໂດຍຖືວ່າ: ຕ້ອງປະກາດໃຊ້ເອກະສານນິຕິກຳ ເພື່ອຄຸ້ມຄອງບັນດາເນື້ອໃນໃນການຄຸ້ມຄອງພາຫະນະອຸປະກອນການແພດຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ເພາະວ່າ ນີ້ແມ່ນບັນຫາສຳຄັນ ກ່ຽວຂ້ອງໂດຍກົງເຖິງມະນຸດ, ແມ່ນການຫັນເປັນລະອຽດສິດຂອງມະນຸດ, ສິດພົນລະເມືອງທີ່ໄດ້ກຳນົດໃນລັດຖະທຳມະນູນປີ 2013.