ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນແກ່ບາງຮ່າງກົດໝາຍ
(ຄະນະປະຈຳສະພາແຫ່ງຊາດສືບຕໍ່
ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 36)
(vovworld) - ວັນທີ 12/3, ຄະນະປະຈຳສະພາແຫ່ງຊາດສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 36, ໃຫ້ຄຳເຫັນແກ່ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ). ເມື່ອປຶກສາຫາລືຮ່າງກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ (ສະບັບປັບປຸງ), ຄວາມເຫັນສ່ວນຫຼາຍຖືວ່າ, ຮ່າງກົດໝາຍນີ້ມີຂໍ້ກຳນົດໃໝ່ຫຼາຍຢ່າງ, ຫັນເປັນລະອຽດບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ກົດໝາຍວ່າດ້ວຍອົງການສານປະຊາຊົນ, ຮັບປະກັນລັກສະນະເປັນເອກະພາບຂອງລະບົບກົດໝາຍ. ຕາມທ່ານ ຟານຈຸງຫຼີ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດແລ້ວ, ເລື່ອງປັບປຸງກົດໝາຍຄັ້ງນີ້ ເພື່ອແນໃສ່ຍົກສູງຄຸນນະພາບການພິພາກສາບັນດາຄະດີແພ່ງ, ແກ້ໄຂສະພາບຄະດີຍັງຄ້າງໄວ້.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 12/3, ເມື່ອໃຫ້ຄຳເຫັນແກ່ ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ), ບັນດາຄຳເຫັນສຸມໃສ່ປຶກສາຫາລືກ່ຽວກັບສິດອຳນາດຂອງສານ, ກ່ຽວກັບການຫັນລະບຽບການ ສານດິກາ ເປັນງ່າຍດາຍ.