ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພິທັກຮັກສາ
ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ
ສະເໜີໃບສະເໜີຮ່າງກົດໝາຍວ່າດ້ວຍກຳລັງພິທັກຮັກສາ
(ພາບ: Quochoi.vn)
(vovworld) - ທີ່ວາລະເຮັດວຽກໃນຕອນເຊົ້າວັນທີ 15/08, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລີມ ສະເໜີໃບສະເໜີຮ່າງກົດໝາຍວ່າດ້ວຍກຳລັງພິທັກຮັກສາ. ຫລັງຈາກນັ້ນ, ທ່ານ ຫວໍຈ້ອງຫວຽດ ຫົວໜ້າກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ສະເໜີບົດລາຍງານຜົນແຫ່ງການກວດກາເບື້ອງຕົ້ນຂອງຮ່າງກົດໝາຍວ່າດ້ວຍກຳລັງພິທັກຮັກສາ. ທີ່ວາລະປະຊຸມ, ບັນດາຜູ້ແທນເຫັນດີຕໍ່ໃບສະເໜີ ແລະ ບົດລາຍງານຜົນແຫ່ງການກວດກາ ແລະ ຖືວ່າ: ລັດຖະບັນຍັດກຳລັງພິທັກຮັກສາໄດ້ປະກາດໃຊ້ໃນປີ 2005 ໄດ້ສ້າງພື້ນຖານນິຕິກຳສຳຄັນ ເພື່ອໃຫ້ກຳລັງພິທັກຮັກສາປະຕິບັດໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ, ປະກອບສວ່ນຮັບໃຊ້ພາລະກິດປົກປັກຮັກສາພັກ, ລັດ ກໍ່ຄືວຽກງານປ້ອງກັນຄວາມສະຫງົບປອດໄພແຫ່ງຊາດ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ. ບັນດາຜູ້ແທນຖືວ່າ: ເລື່ອງສ້າງກົດໝາຍວ່າດ້ວຍກຳລັງພິທັກຮັກສາ ເພື່ອຫັນຂໍ້ກຳນົດໃນລັດຖະທຳມະນູນ ປີ 2013 ເປັນລະອຽດ ແມ່ນຄວາມຈຳເປັນ, ທັງຮັບປະກັນໃຫ້ການເຄື່ອນໄຫວຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງກຳລັງພິທັກຮັກສາໄດ້ສະດວກ, ທັງຮັບປະກັນສິດທິມະນຸດ, ສິດພົນລະເມືອງທີ່ໄດ້ການປະຕິບັດຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013.