ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຢ້ຽມຢາມການາດາ

ຄະນະປະຕິບັດງານກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດຢ້ຽມຢາມການາດາ - ảnh 1
ຄະນະປະຕິບັດງານຫວຽດນາມ ເຮັດວຽກຢູ່ກະຊວງການຕ່າງປະເທດ ການາດາ
(ພາບ: D.Hoa-T.Hải-V.Luyến/Vietnam+)


(vovworld) - ​ໃນ​ລະຫວ່າງ​ວັນ​ທີ 9 – 15/3, ຄະນະ​ປະຕິບັດ​ງານ​ໂດຍ​ທ່ານ​ ຫງວຽນ​ແທງ​ເຊີນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ນຳ​ໜ້າ​ມີ​ການ​ພົບ​ປະ​ກັບ​ບັນດາ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກາ​ນາ​ດາ ຢູ່ ນະຄອນ Ottawa ພ້ອມ​ກັບນະຄອນ​ໃຫຍ່ 2 ​ແຫ່ງ​ແມ່ນ Vancouver ​ແລະ Toronto.

        ທີ່​ນະຄອນ Ottawa, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ຜູ້​ທີ່​ໜຶ່ງ​ກະຊວງ​ການ​ຕ່າງປະ​ເທດ ກາ​ນາ​ດາ Daniel Jean ​ແລະ ຜູ້ຕາງໜ້າ​ການ​ນຳ​ກະຊວງ​ຕຳຫຼວດ ​ແລະ ​ເຂົ້າ​ເມືອງ ກາ​ນາ​ດາ ​ເພື່ອ​​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ກາ​ນາ​ດາ, ກາ​ນພົວພັນ 2 ຝ່າຍ ​ແລະ ບັນດາບັນຫາ​ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ຢູ່​ນະຄອນ Vancouver ​ແລະ Toronto, ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ, ດ້ວຍ​ຫຼາຍ​ພາກສ່ວນທີ່​ແຕກ​ຕ່າງ​ກັນ. ທ່ານ​ຮອງ​ລັດຖະມົນຕີ ຫງວຽນ​ແທງ​ເຊີນ  ກໍ່​ສະຫງວນ​ເວລາ​ເພື່ອ​ແຈ້ງ​ບັນດາ​ບັນຫາ​ທີ່​ພໍ່​ແມ່​ປະຊາຊົນ​ສົນ​ໃຈ​ກ່ຽວ​ກັບນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​​ໃນ​ການຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ​ເຂດ​ນ່ານທະ​ເລ, ປ​ົກປັກ​ຮັກສາ​ອະທິປະ​ໄຕ ທະ​ເລ​ໝູ່​​ເກາະ​ຂອງ ຫວຽດນາມ ​ໃຫ້ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ຊາບ.

ຂ່າວ/ບົດ​ອື່ນ