ຄະນະປະຕິບັດງານຂອງກົມການເມືອງ ເຮັດວຽກຢູ່ແຂວງຕ່ຽນຢາງ
ຄະນະໄດ້ລົງເຮັດວຽກຢູ່ແຂວງຕ໋ຽນຢາງ
(ພາບ: ໜັງສືພິມẤp Bắc)
(vovworld) – ວັນທີ22/8, ຄະນະປະຕິບັດງານຂອງກົມການເມືອງ ໂດຍທ່ານ ໂຕຮູຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງເປັນຫົວໜ້າຄະນະ, ໄດ້ລົງກວດກາສະພາບການປະຕິບັດມະຕິສູນກາງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ແລະ ຄຳສັ່ງ 03 ຂອງກົມການເມືອງກ່ຽວກັບ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄູນສົມບັດປະທານ ໂຮ່ຈີມິນ“ ຢູ່ແຂວງຕ່ຽນຢາງ. ກ່າວຄວາມເຫັນທີ່ການເຮັດວຽກກັບຄະນະປະຈຳຄະນະພັກແຂວງຕ໋ຽນຢາງ, ທ່ານ ໂຕຮູຍເຣື໋ອ ເນັ້ນໜັກວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນເບື້ອງຕົ້ນ, ໃນໄລຍະຈະມາເຖິງ, ຄະນະພັກແຂວງ ຕ໋ຽນຢາງ ຄວນສືບຕໍ່ຍູ້ແຮງການປະຕິບັດມະຕິສູນກາງທີ 4 ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງ , ປັບປຸງ, ຍົກສູງກຳລັງຕໍ່ສູ້ຂອງລະບົບການເມືອງ, ສະກັດກັ້ນການເສື່ອມທາດເສຍຄູນໃນໝູ່ພະນັກງານສະມາຊິກພັກ, ສ້າງຄວາມເຊື່ອໝັ້ນໃນໝູ່ມະຫາຊົນ, ສ້າງກຳລັງໜູນປະຕິບັດບັນດາຄາດໝາຍເສດຖະກິດ - ສັງຄົມ ຕາມມະຕິທີ່ອົງຄະນະພັກໄດ້ວາງອອກຢ່າງມີໄຊ.