ຄະນະປະຕິບັດງານຂອງພັກກອມມູນິດຫວຽດນາມ ຢ້ຽມຢາມເຢຍລະມັນ
ປະເທດເຢຍລະມັນ
(ພາບ:laodong.com.vn)
( vovworld ) – ວັນທີ 9/9, ໃນໂອກາດການໄປຢ້ຽມຢາມສາທາລະນະລັດສະຫະພັນເຢຍລະມັນ, ຄະນະປະຕິບັດງານຂອງພັກກອມມູນິດຫວຽດນາມ ໂດຍທ່ານ Dinh The Huynh ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຫວຽດນາມ ອາໄສຢູ່ສາທາລະນະລັດສະຫະພັນເຢຍລະມັນ. ກ່າວຄຳເຫັນທີ່ການພົບປະ, ທ່ານ Dinh The Huynh ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງການນຳພັກ, ລັດຫວຽດນາມ ໂດຍຖືວ່າປະຊາຄົມຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜື່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້. ທ່ານ Dinh The Huynh ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ພາຍໃນປະເທດ ຊື່ງລວມມີວິວັດທະນາການສ້າງໂຄງປະກອບພື້ນຖານເສດຖະກິດ, ການເງິນຄືນໃໝ່, ຕອບບັນດາຄຳຖາມຂອງປະຊາຊົນກ່ຽວກັບວິວັດການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມກັນໃນພັກປະຈຸບັນ, ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະລາຕາເວັນອອກ. ໃນການພົບປະດັ່ງກ່າວ, ຊາວຫວຽດນາມ ອາໄສຢູ່ສາທາລະນະລັດສະຫະພັນເຢຍລະມັນ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ ແລະ ລັດຫວຽດນາມ ແລະ ເນັ້ນຫນັກວ່າຊາວຫວຽດນາມ ອາໄສຢູ່ເຢຍລະມັນ ແຕ່ລະຄົນຈະແມ່ນນັກການທູດປະຊາຊົນທີ່ດີເພື່ອດຶງດູດການລົງທຶນ ແລະ ການທ່ອງທ່ຽວເຂົ້າຫວຽດນາມ.