ຄະນະປະຕິບັດງານ ບັນດາແຂວງ, ນະຄອນ ຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບທະຫານເຮືອເຂດ 5

ຄະນະປະຕິບັດງານ ບັນດາແຂວງ, ນະຄອນ ຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບທະຫານເຮືອເຂດ 5 - ảnh 1
ຄະນະ​ປະຕິບັດ​ງານ​ບັນດາ​ແຂວງ, ນະຄອນ​ຢ້ຽມຢາມ ​
ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ທະຫານ​ເຮືອ​ເຂດ 5
(ພາບ: baothainguyen.org.vn)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາ​ມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ ພ້ອມ​ກັບ​ປະຊາຊົນ​ບັນດາ​ເກາະ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ປະ​ເທດ​ຊາດ. ວັນ​ທີ 22/01, ຄະນະ​ປະຕິບັດ​ງານ​ບັນດາ​ແຂວງ, ນະຄອນ​ໄດ້​ໄປຢ້ຽມຢາມ​​ເກາະ ​​ໂທ​ຈູ. ກ່​ອນໜ້າ​ນັ້ນ, ວັນ​ທີ 21/01, ຄະນະ​ປະຕິບັດ​ງານ​ໄດ້​​ໄປຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ, ນັກຮົບ​ໃນ​ເກາະ​ຟຸກ໋ວກ, ​ແຂວງ​ກຽນ​ຢາງ. ຢູ່​ທີ່​ນີ້, ບັນດາ​ສະມາຊິກ​​ໃນ​ຄະນະ​ໄດ້​ອວຍພອນ​ປີ​ໃໝ່​ບັນດາ​ນັກຮົບ ​ແລະ ​ເນັ້ນ​ໜັກ​ວ່າ ຍາມ​ໃດບັນດາ​ແຂວງ, ນະຄອນກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ນັບ​ທັງ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ບັນດາ​ກົມ​ກອງ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ.

        ບັນດາພະນັກງານ, ຮັກ​ຮົບ​ຢືນຢັນ​ວ່າ, ອາລົມ​ຈິດ​ຂອງ​ປະຊາຊົນ​ຢູ່​ເຂດ​ດິນ​ຕໍ່​ແຜນທີ່​ສະຫງວນ​ໃຫ້​ແກ່​ນັກຮົບ​ໃນ​ເຂດ​ທະ​ເລ, ໝູ່ເກາະ​ທີ່ຫ່າງ​ໄກ່​ໄດ້​ຊ່ວຍ​ໃຫ້​ບັນດານັກຮົບ​ມີ​ກຳລັງ​ແຮງ​ຕື່ມ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດທຸກ​ໜ້​້າທີ່​ທີ່​ໄດ້​​ຮັບມອບ​ໝາຍ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ