ບັນດາຜູ້ແທນປ່ອຍດອກໄມ້ອາໄລຫາບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຜືນແຜນດິນອັນຄົບຖ້ວນ, ອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ
|
vovworld- ວັນທີ 3/5, ຄະນະປະຕິບັດງານເຫຼົ່າທັບເຮືອຫວຽດນາມ, ພະນັກງານຂະແໜງການເງິນຫວຽດນຍາມ ພ້ອມກັບນັກຂ່າວ, ສິລະປີນ... ໄດ້ໄປຢ້ຽມຢາມບັນດາພະນັກງານ, ນັກຮົບປະຈຳການຢູ່ຮ້ານຍາມ DK1, ແຂວງບາເຮ້ຍວຸ້ງເຕົາ. ກ່ອນໜ້ານັ້ນ, ເມື່ອເດີນຜ່ານເຂດທະເລ ຟຸກງວຽນ, ຄະນະປະຕິບັດງານໃນກຳປັ່ນ HQ 960 ໄດ້ທຳພິທີອາໄລຫາພະນັກງານ, ທະຫານເຮືອຈຳນວນໜຶ່ງທີ່ໄດ້ເສຍສະຫຼະຊີວິດເພື່ອຜືນແຜນດິນອັນຄົບຖ້ວນ, ອະທິປະໄຕເຂດທະເລໝູ່ເກາະຂອງຫວຽດນາມ. ແບບຢ່າງເສຍສະຫຼະຊີວິດຂອງບັນດາພະນັກງານ, ນັກຮົບຢູ່ບັນດາຮ້ານຍາມ DK ໄດ້ກາຍເປັນສັນຍາລັກອັນສູງສົ່ງ, ເຕັມໄປດ້ວຍຄຸນນະທາດວິລະຊົນຂອງກຳລັງທະຫານເຮືອຫວຽດນາມ ແລະ ຄຸນນະທາດ“ອ້າຍທະຫານລຸງໂຮ່”ຂອງກອງທັບປະຊາຊົນຫວຽດນາມ. ກ່າວຄຳເຫັນທີ່ພິທີອາໄລຫາ, ພັນເອກ Le Manh Tien ຮອງຫົວໜ້າເສນາທີການໃຫຍ່ເຫຼົ່າທັບເຮືອຫວຽດນາມເນັ້ນໜັກວ່າ :
“ ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ, ກອງທັບ ແລະ ເຫຼົ່າທັບເຮືອ, ຂະແໜງການ, ຂັ້ນຕ່າງໆ ພ້ອມກັບປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາຮ້ານຍາມໃນປະຈຸບັນ ມີຄວາມເຂັ້ມແຂງກ່ວາ ພ້ອມກັບຫຼາຍກິດຈະກຳໃໝ່ຮັບໃຊ້ຊີວິດດ້ານວັດຖຸ ແລະ ຈິດໃຈ. ມື້ນີ້ໂດຍຢືນຢູ່ບອ່ນທີ່ບັນດາພະນັກ ງານ, ນັກຮົບໄດ້ເສຍສະຫຼະຊີວິດ, ພວກຂ້າພະເຈົ້າໝັ້ນໝາຍຈະສ້າງການດຳລົງຊີວິດທີ່ດີງາມ, ຍົກສູງໜ້າທີ່ຮັບຜິດຊອບ ແລະ ເຮັດຈົນສຸດຄວສາມສາມາດຂອງຕົນ ເພື່ອໃຫ້ຮ້ານຍາມ DK1 ນັບມື້ນັບໝັ້ນແກ່ນ ແລະ ຍືນຍົງຄົງຕົວ. ພາວະນາໃຫ້ດວງວິນຍານບັນດາພະນັກງານ, ນັກຮົບໄດ້ຮັບຄວາມສະຫງົບ ເພື່ອພ້ອມກັບພວກຂ້າພະເຈົ້າປົກປັກຮັກສາ ອະທິປະໄຕເຂດທະເລ, ໝູ່ເກາະ, ເຂດໄຫລ່ທະວີບທີ່ສັກກະລະບູຊາຂອງປະເທດຊາດຫວຽດນາມ ”