ຄ​ະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ເຊີ​ແນວ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອ​ນ​ສິງ​ຫາ

(VOVWORLD) -ຕອນບ່າຍວັນທີ 19 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ເຊີແນວ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນປະຕິວັດ ເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2020) ດ້ວຍການເຂົ້າຮ່ວມຂອງ ພະນັກງານ, ສະມາຊິກພັກ, ພາລະກອນ, ພັນລະຍາ ແລະ ສາມີຂອງຄະນະຜູ້ຕາງໜ້າຢ່າງພ້ອມພຽງ.
ຄ​ະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ເຊີ​ແນວ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອ​ນ​ສິງ​ຫາ - ảnh 1ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ (ພາບ: MOFA) 

ກ່າວຄຳເຫັນທີ່ພິທີ, ທ່ານນາງ ເລທິຕວຽດມາຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ໄດ້ພ້ອມກັບບັນດາຜູ້ແທນຫວນຄືນເຫດການທີ່ມີຄວາມສຳຄັນຍິ່ງໃນປະຫວັດສາດຂອງຊາດຫວຽດນາມ. ເສີມຂະຫຍາຍບັນດາບົດຮຽນຂອງການປະຕິວັດເດືອນສິງຫາ ປີ 1945, ຊົນຊາດຫວຽດນາມພາຍໃຕ້ການນຳພາ ຂອງພັກກອມມູນິດ ຫວຽດນາມ ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງໃນບັນດາບັ້ນຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາປະເທດຊາດ ແລະ ພັດທະນາປະເທດຕາມເສັ້ນທາງສັງຄົມນິຍົມ, ປະຕິບັດພັນທະສາກົນໃຫ້ຄົບຖ້ວນ. ທີ່ຕັ້ງ ບົດບາດຂອງຫວຽດນາມ ຢູ່ເວທີສາກົນນັບມື້ນັບໄດ້ຍົກສູງຂຶ້ນ.

        ທ່ານນາງ ເລທິຕວຽດມາຍ ໃຫ້ຮູ້ວ່າ ສະມາຊິກພັກ, ພະນັກງານ, ພາລະກອນ ຄະນະຜູ້ຕາງໜ້າຫວຽດນາມທຸກໆຄົນ ແລະ ຜູ້ຕາງໜ້າບັນດາອົງການຕ່າງໆຂອງຫວຽດນາມ ປະຈຳເຊີແນວ ໄດ້ຕັດສິນໃຈເສີມຂະຫຍາຍໝາກຜົນ, ປະຕິບັດໃຫ້ສຳເລັດທຸກໆໜ້າທີ່ເຊິ່ງພັກລັດມອບໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ