ທ່ານ ສົມສະຫວາດເລັ່ງສະຫວັດຕ້ອນຮັບທ່ານ ຫງວຽນຈີຢຸງ
(ພາບ: phamkien/vietnam+)
(vovworld) - ວັນທີ 31/7, ຢູ່ນະຄອນຫລວງ ວຽງຈັນ, ທ່ານຮອງນາຍົກລັດຖະມົນຕີ ສປປ.ລາວ ສົມສະຫວາດ ເລັ່ງສະຫວັດ, ປະທານຄະນະກຳມາທິການລະຫວ່າງລັດຖະບານ ລາວ - ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີຊ່ວຍວ່າການ, ຮອງປະທານຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ - ລາວ ເປັນຫົວໜ້າຄະນະ ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 29 – 31/7. ທ່ານລັດຖະມົນຕີຊ່ວຍວ່າການ ຫງວຽນຈີຢຸງ ໄດ້ລາຍງານຕໍ່ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໝາກຜົນການຢ້ຽມຢາມ ແລະ ເຮັດວຽກຢູ່ 2 ແຂວງ ຫລວງນ້ຳທາ ແລະ ບໍ່ແກ້ວ, ໃນນັ້ນຈຸດພົ້ນເດັ່ນແມ່ນ ຫວຽດນາມ ມອບໂຮງຮຽນມັດທະຍົມຕອນປາຍ ວຽງພູຄາ ໃຫ້ ລາວ, ຊຶ່ງແມ່ນໂຄງການໂຮງຮຽນທີ 2 ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ສະຫງວນໃຫ້ລັດຖະບານ ລາວ ຢູ່ເມືອງ ວຽງພູຄາ, ແຂວງ ຫລວງນ້ຳທາ. ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢືນຢັນວ່າ: ໝາກຜົນຂອງການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, ລັດຖະບານ ແລະ ປະຊາຊົນ 2 ປະເທດໃຫ້ດີຍິ່ງໆຂຶ້ນ.
ມີບິາງ. ນັກຂ້າວ VOV ປະຈຳລາວ