ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມສິ້ນສຸດການຢ້ຽມຢາມຈີນ
ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ເຈລະຈາ ກັບ ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປົດປ່ອຍປະຊາຊົນຈີນ
(ພາບ: internet)
|
Vovworld- ຕອນບາຍວັນທີ 17 ເມສາ, ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມໂດຍທ່ານພົນໂທ Do Ba Ty ຫົວໜ້າເສນາທິການໃຫຍ່ກອງທັບ ປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນທະວະໄມຕີຈີນຢ່າງເປັນທາງການຕາມ ຄຳເຊີນຂອງພົນໂທເຈິນພີເຕີງ ຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍ ປະຊາຊົນຈີນ. ໃນໄລຍະຢູ່ຢ້ຽມຢາມຈີນແຕ່ວັນທີ 11 ຫາວັນທີ 17ເມສາ, ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມໄດ້ມີການເຈລະຈາກັບ ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປົດປ່ອຍປະຊາຊົນຈີນ. 2 ຝ່າຍໄດ້ຕີລາຄາໝາກຜົນແຫ່ງການຮ່ວມມືໃນຂົງເຂດປ້ອງກັນຊາດ, ເປັນເອກະພາບກັນກ່ຽວກັບບັນດາເນື້ອໃນນຮ່ວມມືໃນໄລຍະທີ່ຈະມາເຖິງ ແນໃສ່ນຳບັນດາການເຄື່ອນໄຫວຮ່ວມມືບັນລຸປະສິດທິຜົນອັນແທດຈິງ, ໄວ້ເນື້ອເຊື່ອໃຈກັນ ແລະ ນຳຜົນປະໂຫຍດມາສູ່ທັງ 2 ຝ່າຍ. ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມໄດ້ຮັບການຕ້ອນຮັບ ແລະ ແລກປ່ຽນບັນດາເນື້ອໃນທີ່ມີລັກສະນະກຳນົດທິດການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ກອງທັບ 2 ປະເທດ ຈາກທ່ານສີຈິນຜິ້ງ ຮອງປະທານປະເທດຈີນ.
ການຢ້ຽມຢາມຈີນຂອງ ຄະນະຜູ້ແທນການທະຫານຂັ້ນສູງ ກອງທັບປະຊາຊົນ ຫວຽດນາມໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີມິດຕະພາບລະຫວ່າງ 2 ພັກ, 2 ລັດ, 2 ກອງທັບ ແລະ ປະຊາຊົນຂອງ 2 ປະເທດ.