ພົນເອກ ຟຸ່ງກວາງແທງ
ພາບ:internet
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດຄື: ລັດເຊຍ,ໂປໂລຍ, ບູນກາຣີ ແລະ ໂຮນລັງ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດນຳຫນ້າ ໄດ້ໄປຢ້ຽມຢາມລັດເຊຍ, ໂປໂລຍ, ບູນກາຣີ ແລະ ໂຮນລັງ ຢ່າງເປັນທາງການແຕ່ວັນທີ 6-21/8/2013. ການຢ້ຽມຢາມຂອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມເຖິງບັນດາປະເທດດັ່ງກ່າວ ເພື່ອປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບບັນດາປະເທດຄື ລັດເຊຍ, ໂປໂລຍ, ບູນກາຣີ ແລະ ໂຮນລັງ ແນໃສ່ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ກັບປະຊາຊົນ ແລະ ກອງທັບບັນດາປະເທດທີ່ຄະນະຜູ້ແທນມາຢ້ຽມຢາມ.