ຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ
ການເຈລະຈາລະຫວ່າງ 2 ຄະນະ
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານ ກິແກ້ວ ໄຂຄຳພິທູນ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ນຳໜ້າຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລພ ເຮັດວຽກຢູ່ລາວ ແຕ່ວັນທີ 22 – 23/12. ຕອນບ່າຍວັນທີ 22/12, ຢູ່ນະຄອນຫຼວງ ວຽງຈັນ, ຄະນະຜູ້ແທນຂັ້ນສູງຄະນະໂຄສະນາສຶກສາສູນກາງ ພັກກອມມູນິດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ ນຳໜ້າ, ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດ ລາວ ໂດຍທ່ານ ກິແກ້ວ ໄຂຄຳພິທູນ ນຳໜ້າ. ທີ່ການເຈລະຈາ, 2 ຝ່າຍໄດ້ແລກປ່ຽນບາງບັນຫາ ແລະ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູນກາງຂອງ 2 ພັກໃນໄລຍະຈະມາເຖິງ, ໃນນັ້ນ ໄດ້ເນັ້ນໜັກຄຳຮຽກຮ້ອງຍູ້ແຮງການຮ່ວມມືໃນບັນດາວຽກງານໂຄສະນາອົບຮົມ, ຄົ້ນຄ້ວາຫາງສຽງສັງຄົມ, ຮ່ວມມືວິທະຍາສາດ - ເຕັກໂນໂລຢີ, ສົມທົບກັນສະສົມເອກະສານເພື່ອເພີ່ມເຕີມ, ເຮັດໃຫ້ກິດຈະກຳປະຫວັດສາດການພົວພັນ ຫວຽດນາມ - ລາວ ອຸດົມສົມບູນຂຶ້ນຕື່ມ. ສອງຝ່າຍຢັ້ງຢືນຈະສົມທົບກັນ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນກ່ຽວກັບວຽກງານໂຄສະນາອົບຮົມ…
ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ກັບຄະນະໂຄສະນ່ສຶກສາສູນກາງ ພັກປະຊາຊົນປະຕິວັດລາວໄລຍະ 2016 – 2020.