ຄະນະຜູ້ແທນຂັ້ນສູງສະພາຕຳ່Kazakhstanຢ້ຽມຢາມຫວຽດນາມຢ່າງເປັນທາງການແລະເຂົ້າຮ່ວມIPU132
ທ່ານປະທານສະພາຕຳ່ Kazakhstan Zhakupov Kabibula kabenovich
(ພາບ: forbes.kz)
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງສະພາຕຳ່ ສາທາລະນະລັດ Kazakhstan ໂດຍທ່ານປະທານສະພາຕຳ່ Zhakupov Kabibula kabenovich, ນຳໜ້າ, ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດໂລກ 132 (IPU 132) ແຕ່ວັນທີ 27 ເຖິງ ວັນທີ 31/3/2015. ຮ່ວມເດີນທາງກັບທ່ານປະທານສະພາຕຳ່, ຍັງມີ ຫົວໜ້າກຳມາທິການພົວພັນສາກົນ - ປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາຕຳ່, ຫົວໜ້າກຳມາທິການກ່ຽວກັບບັນດາບັນຫາກະສິກຳຂອງສະພາຕຳ່ ແລະ ບັນດາກຳມະການ, ກຳມາທິການຕ່າງໆຂອງສະພາຕຳ່ ແລະ ສະພາສູງ ສາທາລະນະລັດ Kazakhstan. ການຢ້ຽມຢາມຂອງຄະນະເພື່ອແນໃສ່ເພີ່ມທະວີການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດ, 2 ສະພາແຫ່ງຊາດ ຫວຽດນາມ ແລະ Kazakhstan.