ຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມລາວ

ຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ຈູມ​ມາລີ ​ໄຊ​ຍະ​ສອນ ຕ້ອນຮັບ
ທ່ານທ່ານ ​ໂຕ​ຮຸຍ​ເຣື໋ອ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ
(ພາບ: kpl.net.la)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ໂຕ​ຮຸຍ​ເຣື໋ອ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ນຳ​ໜ້າ​ໄດ້ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 26 – 30 ສິງຫາ. ທ່ານ​ເລຂາທິການ​ໃຫຍ່ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ຈູມ​ມາ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ. ຢູ່​ທີ່​ນີ້, ທ່ານ​ເລ​ຂາ​ທິການ​ໃຫຍ່ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່ງການ​ເຈລະຈາ​ລະ​ຫວ່າງ​ຄະນະຈັດ​ຕັ້ງ​ສູນ​ກາງ​ຫວຽດນາມ ​ແລະ ລາວ; ຍ້ອງຍໍ​​ການ​ປະ​ກອບສ່ວນ​ຕ່າງໆຂອງ​ຂອງ 2 ຄະນະ​ໃນ​ໄລຍະ​ຜ່ານ​ມາ, ​​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ​ເພີ່ມ​ທະວີສາ​ຍພົວພັນ​ ມິດຕະພາບແບບ​ພິ​ເສດລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຈູມ​ມາ​ລີ ​ໄຊ​ຍະ​ສອນ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຄະນະ​ຈັດ​ຕັ້ງ​ສູນ​ກາງ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​ອັນ​ລຳ​ຄ່າ ​ເພື່ອ​ຮັກສາ ​ແລະ ​ເພີ່ມ​ພູນ​ຄຸນ​ສ້າງ​ການ​ພົວພັນ​ຮ່ວມມືຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຕອນ​ເຊົ້າ​ວັນ​ທີ 27 ສິງຫາ, ຄະນະ​ປະຕິບັດ​ງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ລາວ, ຢ້ຽມຢາມ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ລາວ.

ຂ່າວ/ບົດ​ອື່ນ